ເປີດການແຂ່ງຂັນກິລາກະຕໍ້ ສປ ຈີນ ປີ 2022 ພາຍໃຕ້ຂອບການຮ່ວມມື LM

lmcchina.org, January 15, 2023
Size:

ຕອນເຊົ້າຂອງວັນທີ 1 ມັງກອນ 2023, ທີ່ສູນກິລາ ຫົງຖາ ຄຸນໝິງ ໄດ້ຈັດການແຂ່ງຂັນກິລາກະຕໍ້ (Sepak Takraw)ຂອງ ສປ ຈີນ ປີ 2022 ພາຍໃຕ້ຂອບການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງLM.

ກິລາກະຕໍ້ມີຕົ້ນກໍາເນີດມາຈາກປະເທດອາຊີຕາເວັນອອກສຽງໃຕ້, ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນຂອງບັນດາປະເທດລຸ່ມແມ່ນໍ້າຂອງ ແລະ ໄດ້ກາຍເປັນສາຍສໍາພັນ ຮ່ວມກັນຂອງ 6 ປະເທດ LM, ທັງເປັນອົງປະກອບສໍາຄັນໃນການເພີ່ມທະວີການແລກປ່ຽນດ້ານວັດທະນະທໍາ ລະຫວ່າງ ສປ ຈີນ ກັບ ບັນດາປະເທດລຸ່ມແມ່ນໍ້າຂອງ. ປີ 2022 ແມ່ນ ປີທີສອງໃນການຈັດກິລາກະຕໍ້ ພາຍໃຕ້ຂອບການຮ່ວມມື LM , ໂດຍມີ 11 ທີມຈາກຫົກປະເທດທີ່ເປັນຕົວແທນຂອງຈີນ,  ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.

ຜ່ານການແຂ່ງຂັນ ແລະ ແລກປ່ຽນນຳກັນເປັນເວລາ 2 ວັນ, ໃນການແຂ່ງຂັນກະຕໍ້ປະເພດທີມຊາຍ 4 ຄົນ ນັ້ນ, ທີມກະຕໍ້ ຈາກປະເທດຈີນ ໄດ້ຮັບລາງວັນຊະນະເລີດ, ທີມຈາກປະເທດໄທ ໄດ້ຮັບລາງວັນຮອງຊະນະເລີດ ແລະ ທີມຈາກປະເທດລາວ ໄດ້ຮັບລາງວັນທີ 3 , ສ່ວນທີມມຽນມາ, ກໍາປູເຈຍ ແລະ ຫວຽດນາມແມ່ນໄດ້ຮັບລາງວັນດີເດັ່ນ; ໃນການແຂ່ງຂັນປະເພດຊາຍ 3 ຄົນນັ້ນ, ທີມຈີນໄດ້ຮັບລາງວັນຊະນະເລີດ, ທີມໄທໄດ້ຮອງຊະນະເລີດ, ທີມກໍາປູເຈຍໄດ້ຮັບລາງວັນທີ 3, ສ່ວນທີມລາວ ທີມມຽນມາ ແລະ ທີມຫວຽດນາມ ແມ່ນໄດ້ຮັບລາງວັນດີເດັ່ນ; ໃນປະເພດຍິງ 4 ຄົນນັ້ນ, ທີມຈີນໄດ້ຊະນະເລີດ, ທີມຫວຽດນາມໄດ້ຮອງຊະນະເລີດ,ທີມມຽນມາໄດ້ທີ 3, ສ່ວນທີມໄທ ແລະ ທີມລາວ ໄດ້ຮັບລາງວັນດີເດັ່ນ; ໃນການແຂ່ງຂັນປະເພດ ຍິງ 3 ຄົນ, ຜູ້ຮັບຊະນະເລີດແມ່ນທີມຈີນ, ຮອງຊະນະເລີດແມ່ນທີມມຽນມາ, ທີສາມແມ່ນທິມລາວ, ສ່ວນທີມໄທ ແລະ ທີມຫວຽດນາມ ແມ່ນໄດ້ຮັບລາງວັນດີເດັ່ນ.