ທະນາຄານໂລກປັບຫຼຸດຕົວເລກຄາດຄະເນການເຕີບໂຕດ້ານເສດຖະກິດທົ່ວໂລກປີ 2023 ລົງເປັນ 1,7%

CRI, January 13, 2023
Size:

ຕາມຂ່າວ CRI: ວັນທີ 10 ມັງກອນນີ້ຕາມເວລາທ້ອງຖິ່ນ, ໜັງສືພິມວໍສະຕຣິດເຈີໂນລາຍງານວ່າ: ທະນາຄານໂລກໄດ້ປັບຫຼຸດຕົວເລກຄາດຄະເນການເຕີບໂຕດ້ານເສດຖະກິດທົ່ວໂລກໃນປີ 2023 ລົງຢ່າງຂະໜາດໃຫຍ່. ທະນາຄານໂລກຄາດຄະເນວ່າ: ໃນປີ 2023 ການເຕີບໂຕດ້ານເສດຖະກິດຂອງໂລກຈະຫຼຸດລົງເປັນ 1,7%, ຕ່ຳກວ່າ 3% ເຊິ່ງເປັນຕົວເລກທີ່ຄາດຄະເນໄວ້ໃນເດືອນມິຖຸນາປີ 2022 ຜ່ານມາ. ອີງຕາມຂໍ້ມູນຕົວເລກຂອງທະນາຄານໂລກໃຫ້ຮູ້ວ່າ, ປີນີ້ຈະເປັນປີທີ່ມີຈັງຫວະການເຕີບໂຕດ້ານເສດຖະກິດທົ່ວໂລກຊ້າອັນດັບ 3 ໃນຮອບ 30 ປີຜ່ານມາ, ເຊິ່ງຖັດຈາກການຊຸດໂຊມລົງດ້ານເສດຖະກິດທີ່ເກີດຂຶ້ນໃນປີ 2009 ແລະ 2020.

ບົດລາຍງານອີກສະບັບໜຶ່ງສະແດງໃຫ້ເຫັນວ່າ: ເຖິງວ່າສະພາບໄພເງິນເຟີ້ທົ່ວໂລກເລີ່ມຜ່ອນຄາຍລົງແລ້ວກໍຕາມ, ແຕ່ຍັງຢູ່ໃນລະດັບສູງເປັນປະຫວັດສາດ. ນອກນີ້, ສະພາບໄພເງິນເຟີ້ສູງ, ການເພີ່ມຂຶ້ນຂອງອັດຕາດອກເບ້ຍ, ການຫຼຸດລົງດ້ານການລົງທຶນ, ການປະທະກັນລະຫວ່າງຣັດເຊຍ-ອູແກຣນແລະປັດໄຈອື່ນໆ ໄດ້ກາຍເປັນໄພຂົ່ມຂູ່ຕໍ່ການເຕີບໂຕດ້ານເສດຖະກິດໂລກ.