ແນະນຳລົດໄຟພະລັງງານແບັດເຕຣີທີ່ວິສາຫະກິດຈີນຜະລິດສະເພາະປະເທດໄທຢ່າງເປັນທາງການ

CRI, January 13, 2023
Size:

ຕາມຂ່າວ CRI: ວັນທີ 11 ມັງກອນນີ້, ກົມທາງລົດໄຟແຫ່ງຊາດໄທໄດ້ດຳເນີນການກວດກາແລະທົດລອງນຳໃຊ້ລົດໄຟພະລັງງານແບັດເຕຣີທີ່ບໍລິສັດຕ້າລຽນຂອງກຸ່ມບໍລິສັດໂຈ່ງສື່ຈີນ ຫຼື CRRC-Dalian ຜະລິດສະເພາະປະເທດໄທ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ລົດໄຟດັ່ງກ່າວໄດ້ຮັບການແນະນຳຢ່າງເປັນທາງການ ແລະຈະນຳໃຊ້ໃນໄລຍະມໍ່ໆນີ້.

ໃນພິທີກວດກາແລະທົດລອງນຳໃຊ້ທີ່ຈັດຂຶ້ນຢູ່ສະຖານີສູນກາງບາງສູໃນນະຄອນຫຼວງບາງກອກຂອງໄທ, ທ່ານສັກສະຍາມ ຊິດຊອບ, ລັດຖະມົນຕີກະຊວງຄົມມະນາຄົມຂອງໄທກ່າວວ່າ: ເພື່ອບັນລຸເປົ້າໝາຍການຫຼຸດການປ່ອຍກາກບອນດີອອກຊິດໃຫ້ໜ້ອຍລົງ, ສອງປະເທດໄທ-ຈີນໄດ້ດຳເນີນການຮ່ວມມືກັນຫຼາຍໂຄງການດ້ານເສັ້ນທາງລົດໄຟ, ຜົນສຳເລັດໃນການກວດກາແລະທົດລອງຄັ້ງນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ: ໂຄງການລົດໄຟພະລັງງານແບັດເຕຣີໄດ້ຮັບຄວາມຄືບໜ້າຢ່າງເດັ່ນຊັດ.

ທ່ານເນຣົນ ຫົວໜ້າກົມເສັ້ນທາງລົດໄຟແຫ່ງຊາດໄທກ່າວວ່າ, ລົດໄຟພະລັງງານແບັດເຕຣີທີ່ໄດ້ຮັບການກວດກາແລະທົດລອງໃນຄັ້ງນີ້ແມ່ນໂຄງການແບບຢ່າງດ້ານລົດໄຟພະລັງງານໄຟຟ້າຂອງໄທ  ເຊິ່ງມີຜົນດີຕໍ່ເສັ້ນທາງລົດໄຟຂອງໄທ ເພື່ອຕອບສະໜອງການບໍລິການທີ່ມີປະສິດທິຜົນແລະມີຄວາມປອດໄພຫຼາຍກວ່າເກົ່າ.