ເລີ່ມກໍ່ສ້າງເສັ້ນທາງຫຼວງເລກ 7 ກຳປູເຈຍ, ນາຍົກລັດຖະມົນຕີກຳປູເຈຍຍ້ອງຍໍການຮ່ວມມືຈີນ-ກຳປູເຈຍຕິດແທດຕົວຈິງ ແລະມີປະສິດທິພາບສູງ

CRI, January 11, 2023
Size:

ວັນທີ 9 ມັງກອນນີ້, ທ່ານຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ກັບ ທ່ານວາງເວີນທ່ຽນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດໂຄງການບູລະນະຍົກລະດັບເສັ້ນທາງຫຼວງເລກ 7 ຕອນທາງຜ່ານເມືອງສຄຸນ-ແຂວງກຳປົງຈາມ ຂອງກຳປູເຈຍ.

ທ່ານຮຸນເຊນໄດ້ສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ກຳປູເຈຍໃນການສ້າງສາພັດທະນາເສັ້ນທາງ, ຂົວ, ພະລັງງານໄຟຟ້າແລະຂົງເຂດອື່ນໆຂອງກຳປູເຈຍ, ເຊິ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາຂອງກຳປູເຈຍ. ຫຼັງຈາກເຊັນສັນຍາກັນບໍ່ພຽງເທົ່າໃດເດືອນ, ໂຄງການບູລະນະຍົກລະດັບເສັ້ນທາງຫຼວງເລກ 7 ໄດ້ເລີ່ມຕົ້ນການກໍ່ສ້າງໂດຍໄວ, ສະແດງໃຫ້ເຫັນເຖິງການຕິດແທດຕົວຈິງແລະປະສິດທິພາບສູງຂອງການຮ່ວມມືລະຫວ່າງກຳປູເຈຍກັບຈີນຢ່າງເຕັມສ່ວນ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ, ການເດີນທາງຈາກນະຄອນຫຼວງພະນົມເປັນໄປຫາແຂວງກຳປົງຈາມເຊິ່ງເປັນແຂວງໃຫຍ່ດ້ານເສດຖະກິດຂອງກຳປູເຈຍ ຕ້ອງແລ່ນຜ່ານເສັ້ນທາງຫຼວງເລກ 7, ເຊິ່ງເປັນໂຄງການເສັ້ນທາງຫຼວງສາຍທຳອິດທີ່ຈີນກໍ່ສ້າງຂຶ້ນດ້ວຍເງິນກູ້ບຸລິມະສິດ, ຕອນທາງຜ່ານເມືອງສຄຸນ-ແຂວງກຳປົງຈາມ ທີ່ກຳລັງບູລະນະຍົກລະດັບນັ້ນ ມີຄວາມຍາວປະມານ 45 ກິໂລແມັດ, ຄາດວ່າ ຈະສຳເລັດໃນປີ 2027.