ມາຮຽນຢູ່ຈີນ ເປັນໂອກາດທີ່ດີອັນໜຶ່ງ

Yunnan Gateway, January 10, 2023
Size:

ທ່ານຫຼີເຄີ້ສຽງ ທ້າວ ເສີງຊຽງເຕີ ປີນີ້ອາຍຸ 25 ປີ ມາຈາກແຂວງຈໍາປະສັກ ສປປ ລາວ, ໃນນາມທີ່ເປັນນັກຮຽນລາວຊຸດທໍາອິດທີ່ເດີນທາງມາຮອດນະຄອນຄຸນໝິງ, ເດືອນມີນາ 2022, ທ້າວ ເສີງຊຽງເຕີ ໄດ້ເລີ່ມຕົ້ນຊີວິດການຮຽນຢູ່ຈີນ ໃນວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງ.

ທ້າວ ເສີງຊຽງເຕີ ກ່າວວ່າ: ເວົ້າສໍາລັບຂ້ອຍແລ້ວ, ມາຮຽນຢູ່ຈີນ ເປັນໂອກາດທີ່ດີອັນໜຶ່ງ, ຄວາມຮູ້ທີ່ພວກເຮົາຮຽນນັ້ນແມ່ນກ່ຽວກັບທາງລົດໄຟ, ໄປຄຽງຄູ່ກັບການເປີດນໍາໃຊ້ທາງລົດໄຟລາວ-ຈີນ, ຫຼັງຈາກນີ້ອີກ 2 ປີທີ່ຂ້ອຍຮຽນຈົບແລ້ວ, ຂ້ອຍກໍສາມາດກັບຄືນປະເທດລາວ ແລະ ຖ່າຍທອດຄວາມຮູ້ທີ່ໄດ້ຮຽນມານັ້ນໃຫ້ແກ່ນັກຮຽນລາວຫຼາຍກວ່າເກົ່າ. ເຖິງແມ່ນວ່າພວກເຮົາຈະຄິດຮອດຄິດເຖິງບ້ານເກີດເມືອງນອນເລື່ອຍໆກໍຕາມ, ແຕ່ເພື່ອການພັດທະນາໃນອະນາຄົດ, ຄວາມອົດທົນທຸກຢ່າງລ້ວນແຕ່ຄຸ້ມຄ່າຫຼາຍ. 

ທ້າວ ເສີງຊຽງເຕີ ກ່າວຕື່ມວ່າ: ໃນໄລຍະການຮຽນຫຼາຍເດືອນມານີ້, ຂ້ອຍໄດ້ຮຽນວິຊາສະເພາະດ້ານທາງລົດໄຟຫຼາຍຢ່າງ, ໃນຂະນະດຽວກັນນັ້ນກໍໄດ້ມີໝູ່ຄົນຈີນຫຼາຍຄົນ, ພາສາຈີນກໍໄດ້ມີຄວາມກ້າວໜ້າຫຼາຍ.ພາຍຫຼັງກັບຄືນປະເທດລາວແລ້ວ, ຂ້ອຍຈະແນະນໍາໝູ່ເພື່ອນ ແລະ ເພື່ອນຮ່ວມງານຢູ່ອ້ອມຂ້າງ ມາທ່ຽວນະຄອນຄຸນໝິງ, ມາຮຽນຕໍ່ຢູ່ວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງ.ຫວັງວ່າຫຼັງຈາກການແຜ່ລະບາດຂອງພະຍາດໂວຄິດ-19 ໝົດສິ້ນໄປແລ້ວ, ຈະສາມາດພາຄອບຄົວມາທ່ຽວຄຸນໝິງນໍາກັນ.


ຂ່າວ: “ໜັງສືພິມປະຊາຊົນລາຍວັນ” ຂອງຈີນ