ລົດໄຟລາວ-ຈີນຂົນສົ່ງ “ສິນຄ້າຕ່າງປະເທດຕ້ອນຮັບປີໃໝ່” ງວດທຳອິດ

CRI, January 10, 2023
Size:

ຕາມຂ່າວ CRI: ໃນວັນທີ 7 ມັງກອນນີ້ເຊິ່ງເປັນມື້ທຳອິດຂອງການຂົນສົ່ງໄລຍະບຸນກຸດຈີນປີ 2023, ຄຽງຄູ່ກັບສຽງຫວໍທີ່ດັງສະນັ່ນ, ລົດໄຟຂົນສົ່ງສິນຄ້າສາກົນຕາມເສັ້ນທາງລົດໄຟລາວ-ຈີນທີ່ໄດ້ບັນທຸກເບຍ ແລະແປ້ງມັນຈາກອາຊີຕາເວັນອອກສຽງໃຕ້ ໄດ້ແລ່ນອອກຈາກດ່ານສາກົນບໍ່ເຕ່ນ, ຜ່ານອຸມົງມິດຕະພາບທາງລົດໄຟລາວ-ຈີນ, ເຂົ້າມາຜ່ານດ່ານສາກົນບໍ່ຫານຂອງຈີນ. ນີ້ແມ່ນ “ສິນຄ້າຈາກຕ່າງປະເທດຕ້ອນຮັບປີໃໝ່” ງວດທຳອິດທີ່ຖືກຂົນສົ່ງຜ່ານທາງລົດໄຟລາວ-ຈີນຈາກການຂົນສົ່ງໄລຍະບຸນກຸດຈີນປີນີ້, ລວມມີສິນຄ້າ 40 ກວ່າຕູ້, ພາຍຫຼັງໄດ້ຂົນສົ່ງເບຍ ແລະແປ້ງມັນເຫຼົ່ານີ້ໄປສູ່ນະຄອນຄຸນໝິງແລ້ວ, ຍັງຈະຈຳໜ່າຍໃຫ້ແກ່ຕະຫຼາດຢູ່ແຂວງຢູນໜານ, ເສສວນ, ຫູໜານແລະອື່ນໆຕື່ມອີກ.