ກອງປະຊຸມຮ່ວມ ລະຫວ່າງ ສື່ມວນຊົນປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງປະຖົມມະລືກ ຈັດຂຶ້ນທີ່ນະຄອນນານນິງ

lmcchina.org, January 8, 2023
Size:

ວັນທີ 28 ທັນວາ 2022, ກອງປະຊຸມຮ່ວມ ລະຫວ່າງ ສື່ມວນຊົນ ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM) ຄັ້ງປະຖົມມະລືກ ໄດ້ຈັດຂຶ້ນທີ່ນະຄອນນານນິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ ດ້ວຍຮູບແບບວິດີໂອທາງໄກ.

ປີ 2022 ແມ່ນປີຄົບຮອບ 6 ປີ ແຫ່ງການເປີດການຮ່ວມມື LM, ພາຍໃຕ້ຄວາມພະຍາຍາມຮ່ວມຂອງ 6 ປະເທດ LM, ກົນໄກການຮ່ວມມື LM ໄດ້ກາຍເປັນກົນໄກການຮ່ວມມືໃນອະນຸພາກພື້ນທີ່ມີພະລັງຊີວິດ ແລະ ມີທ່າແຮງບົ່ມຊ້ອນຫຼາຍທີ່ສຸດ. ເພື່ອເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນ, ການຮ່ຳຮຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ ກໍຄື ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ, ໂດຍປິ່ນອ້ອມຫົວຂໍ້ “ການປະດິດສ້າງໃໝ່ດ້ານການຮ່ວມມືຜ່ານການເຊື່ອມໂຍງເຂົ້າກັນລະຫວ່າງສື່ຕ່າງໆ”, ບັນດາສື່ມວນຊົນຂອງປະເທດ LM ໄດ້ຄົ້ນຄວ້າ ແລະ ປຶກສາຫາລືຮ່ວມກັນ ກ່ຽວກັບການເພີ່ມທະວີການປະດິດສ້າງໃໝ່ດ້ານການຮ່ວມມືໃນຍຸກການເຊື່ອມໂຍງເຂົ້າກັນລະຫວ່າງສື່ຕ່າງໆ ແລະ ພ້ອມກັນເລົ່າເລື່ອງລາວທີ່ດີເດັ່ນ ແລະ ໜ້າປະທັບໃຈ ໃນການແລກປ່ຽນ, ການຖອດຖອນບົດຮຽນ, ການຮ່ວມມື ແລະ ການພັດທະນາລະຫວ່າງບັນດາປະເທດ LM ຢ່າງມີຊີວິດຊີວາຕື່ມອີກ ເພື່ອສ້າງສື່ສຳພັນທີ່ອຸດົມສົມບູນກວ່າເກົ່າ ໃຫ້ແກ່ການຊຸກຍູ້ຄວາມເຂົ້າໃຈກັນ ລະຫວ່າງ ປະຊາຊົນຂອງບັນດາປະເທດ LM ແລະ ປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊະຕາກຳປະເທດ LM ໃຫ້ແໜ້ນແຟ້ນກວ່າເກົ່າ. 

ກອງປະຊຸມຄັ້ງນີ້ ມີຜູ້ຕາງໜ້າ ຈາກສື່ມວນຊົນປະເທດ LM ຫຼາຍແຫ່ງ ເຊັ່ນ: ສະຖານີວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ, ສະຖານີໂທລະພາບແຫ່ງຊາດ ກຳປູເຈຍ, ເວັບໄຊ TNAOT, ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ, ສະຖານີໂທລະພາບແຫ່ງຊາດລາວ, ບໍລິສັດ Lao Future Media, ສະຖານີວິທະຍຸກະຈາຍສຽງແຫ່ງປະເທດໄທ, ກຸ່ມບໍລິສັດ ໄທ ເຈີຣາໄນ ຈຳກັດ, ສະຖານີວິທະຍຸ-ໂທລະພາບແຫ່ງຊາດມຽນມ້າ, ສະຖານີໂທລະພາບ sky net ມຽນມ້າ, ສະຖານີໂທລະພາບດີຈີຕອນແຫ່ງຊາດ ຫວຽດນາມ, ສູນສື່ມວນຊົນ ໄຫເຫີ ທ່ຽນຈິ່ນຈີນ ແລະ ສະຖານີວິທະຍຸ-ໂທລະພາບ ແຂວງຢູນນານ ສປ ຈີນ ເຂົ້າຮ່ວມ ພ້ອມທັງປະກອບຄຳເຫັນທີ່ກອງປະຊຸມ.