ທ່ານຫຼີເຄີ້ສຽງສົ່ງສານຊົມເຊີຍເຖິງທ່ານສອນໄຊ ສີພັນດອນ

CRI, January 5, 2023
Size:

ວັນທີ 3 ມັງກອນນີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງສານເຖິງທ່ານສອນໄຊ ສີພັນດອນ ເພື່ອຊົມເຊີຍທ່ານທີ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີສປປລາວ.

ເນື້ອໃນສານຊົມເຊີຍຂອງທ່ານຫຼີເຄີ້ສຽງລະບຸວ່າ: ຈີນ ແລະ ລາວເປັນປະເທດບ້ານໃກ້ເຮືອນຄຽງທີ່ດີທີ່ມີພູຜາແມ່ນ້ຳຕິດຈອດກັນ. ພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຝ່າຍ, ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວໄດ້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ກັບສອງປະເທດ ແລະ ປະຊາຊົນສອງຊາດ. ຈີນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນຈີນ-ລາວ, ຍິນດີຮ່ວມກັບຝ່າຍລາວສຸມຄວາມພະຍາຍາມ, ເພີ່ມທະວີການເຊື່ອມສານຍຸດທະສາດການພັດທະນາ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດຕ່າງໆ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ໄດ້ຮັບໝາກຜົນທີ່ອຸດົມສົມບູນຫຼາຍກວ່າເກົ່າ.