RECPເກີດມີຜົນບັງຄັບໃຊ້ຕໍ່ອິນໂດເນເຊຍຢ່າງເປັນທາງການ

CRI, January 5, 2023
Size:

ສັນຍາການພົວພັນຄູ່ຮ່ວມເສດຖະກິດແບບຮອບດ້ານໃນພາກພື້ນ ຫຼື RECP ເກີດມີຜົນບັງຄັບໃຊ້ຕໍ່ອິນໂດເນເຊຍຢ່າງເປັນທາງການໃນວັນທີ 2 ມັງກອນ 2023 ນີ້.

ທ່ານຈູນຄີຟລີ ຮາຊັນ ລັດຖະມົນຕີກະຊວງການຄ້າອິນໂດເນເຊຍໄດ້ຢືນ ຢັນໃນຖະແຫຼງການສະບັບໜຶ່ງທີ່ເຜີຍແຜ່ໃນກ່ອນໜ້ານີ້ວ່າ: ວິສາຫະກິດສາມາດ ຮ້ອງຂໍອັດຕາພາສີທີ່ໃຫ້ສິດທິພິເສດໂດຍຜ່ານໃບຢັ້ງຢືນຖິ່ນກຳເນີດສິນຄ້າ ແລະ ຖະແຫຼງການວ່າດ້ວຍຖິ່ນກຳເນີດສິນຄ້າ. ທ່ານຮາຊັນກ່າວວ່າ: RECP ຈະເຮັດໃຫ້ການຈໍລະຈອນສິນຄ້າສົ່ງອອກຂອງພາກພື້ນມີຄວາມສະດວກຫຼາຍຂຶ້ນ, ເຮັດໃຫ້ວິສາຫະກິດໄດ້ຮັບຜົນປະໂຫຍດນຳ. ທ່ານກ່າວຕື່ມວ່າ: ຄາດວ່າ, RECP ຈະຜ່ານຈາກການເພີ່ມການສົ່ງອອກສິນຄ້າແລະການບໍລິການ ເພື່ອຊຸກຍູ້ການ ພັດທະນາຕ່ອງໂສ້ການສະໜອງຂອງພາກພື້ນ, ຫຼຸດຜ່ອນຫຼືກຳຈັດກຳແພງດ້ານ ການຄ້າ ແລະຊຸກຍູ້ການໂອນເຕັກນິກຂອງພາກພື້ນຕົນ.