ຖ້ານັກທ່ອງທ່ຽວຈີນໄປທ່ຽວໄທ, ອາດຈະເຮັດໃຫ້ເສດຖະກິດຂອງໄທໃນປີ 2023 ເຕີບໂຕ 3,8%

CRI, January 4, 2023
Size:

ທ່ານອາຄົມ ເຕິມພິດທະຍາໄພສິດ ລັດຖະມົນຕີກະຊວງການເງິນຂອງໄທ ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 27 ທັນວານີ້ວ່າ: ປີ 2023, ເສດຖະກິດຂອງໄທອາດຈະເລັ່ງຄວາມໄວການພັດທະນາ ແລະ ບັນລຸເປົ້າໝາຍການເຕີບໂຕຕາມທີ່ຄາດຄະເນໄວ້ໃນລະດັບ 3,8%, ແຕ່ຕ້ອງມີເງື່ອນໄຂເບື້ອງຕົ້ນ ຄື: ອຸດສາຫະກຳທ່ອງທ່ຽວຕ້ອງໄດ້ຮັບການກະຕຸ້ນຈາກການຜ່ອນຜັນມາດຕະການຈຳກັດການເຂົ້າອອກເມືອງຂອງຈີນ.

ຂ່າວລາຍງານໃຫ້ຮູ້ວ່າ, ທ່ານອາຄົມ ເຕິມພິດທະຍາໄພສິດຄາດວ່າ,  ປີ 2022, ເສດຖະກິດຂອງໄທຈະເຕີບໂຕ 3,1% ຫຼື 3,2%. ທ່ານກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: “ພວກຂ້າພະເຈົ້າຍັງຄົງເຫັນໄປໃນແງ່ດີຕໍ່ເສດຖະກິດໃນປີໜ້າ, ຫວັງວ່າເສດຖະກິດຂອງປະ ເທດເຮົາຈະເຕີບໂຕ 3,8%, ຂະນະທີ່ອຸດສາຫະກຳທ່ອງທ່ຽວຈະເປັນພະລັງຂັບເຄື່ອນຕົ້ນຕໍ”. ທ່ານຍັງກ່າວຕື່ມວ່າ: ມີສັນຍານສະແດງໃຫ້ເຫັນວ່າ, ຈີນຈະ “ເລີ່ມເປີດປະຕູຄືນໃໝ່ໃນຂົງເຂດການທ່ອງທ່ຽວ”.

ຂ່າວລາຍງານໃຫ້ຮູ້ຕື່ມວ່າ, ຜູ້ບໍລິຫານຂັ້ນສູງຂອງໂຮງແຮມແຫ່ງໜຶ່ງໃນນະຄອນຫຼວງບາງກອກປະເທດໄທກ່າວວ່າ: ໂຮງແຮມຕ່າງໆກຳລັງປັບປ່ຽນແຜນການຂອງຕົນ ເພື່ອກຽມຈະຕ້ອນຮັບນັກທ່ອງທ່ຽວຈີນ. ຜູ້ບໍລິຫານຂັ້ນສູງຜູ້ນີ້ກ່າວຕື່ມວ່າ: ໂຮງແຮມຕ່າງໆລ້ວນແຕ່ຮູ້ດີກ່ຽວກັບກະຊວງສາທາລະນະສຸກຂອງໄທນຳໃຊ້ມາດຕະການປ້ອງກັນໃນການຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ. ຜູ້ບໍລິຫານຂັ້ນສູງຜູ້ນີ້ຍັງເຫັນວ່າ: ໂດຍໄດ້ຮັບຜົນດີຈາກນັກທ່ອງທ່ຽວຈີນກັບໄປທ່ອງທ່ຽວປະເທດໄທເໝືອນແຕ່ກ່ອນນັ້ນ, ປີ 2023, ອັດຕາການເຂົ້ານອນຫ້ອງພັກຂອງໂຮງແຮມ ອາດຈະເພີ່ມຂຶ້ນທົບເທົ່າ.