ເປີດຊຸດຝຶກອົບຮົມການປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທີ່ໃຊ້ເປັນຢາແບບຍືນຍົງ ຢູ່ລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ

lmcchina.org, January 4, 2023
Size:

ວັນທີ 19 ທັນວາ ຜ່ານມານີ້, ທ່ານ ຈ້າວ ຫາຍຢ້ຽນ ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ຣາຊະອານາຈັກກຳປູເຈຍ ໄດ້ເຂົ້າຮ່ວມພີທີເປີດຊຸດຝຶກອົບຮົມການປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທີ່ໃຊ້ເປັນຢາ ແບບຍືນຍົງ  ຢູ່ເຂດລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ກໍຄືພິທີເຊັນສັນຍາວ່າດ້ວຍການຮ່ວມສ້າງເຂດຖານປູກພືດທີ່ໃຊ້ເປັນຢາພື້ນເມືອງ ຢູ່ລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

ທ່ານຈ້າວ ຫາຍຢ້ຽນ ອັກຄະລັດຖະທູດທີ່ປຶກສາ ໄດ້ກ່າວວ່າ: 6 ປະເທດ ລຽບຕາມລຳແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ລ້ວນແຕ່ມີວັດທະນະທຳ ແລະ ປະຫວັດສາດດ້ານຢາພື້ນເມືອງ ແລະມີບົດຮຽນອັນອຸດົມສົມບູນໃນການນໍາໃຊ້ຢາພື້ນເມືອງ, ການຮ່ວມມືດ້ານຢາພື້ນເມືອງແມ່ນມີອະນາຄົດຍາວໄກ ແລະ ກວ້າງຂວາງ. ນັບແຕ່ປີ 2020 ເປັນຕົ້ນມາ, ສະຖາບັນວິທະຍາສາດຢາພື້ນເມືອງຈີນໄດ້ເລີ່ມປະຕິບັດ ໂຄງການ “ຢາພື້ນເມືອງສົ່ງຜົນປະໂຫຍດແກ່ບັນດາປະເທດລຽບຕາມລຳແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ---ໂຄງການການສ້າງສາເຂດຖານສຳລັບຂະແໜງ     ການຢາພື້ນເມືອງ ຂອງ 6 ປະເທດ ລຽບຕາມລຳແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ເຊິ່ງເປັນໂຄງການທີ່ຮັບທຶນການສະໜັບສະໜູນ ຈາກກອງທຶນສະເພາະການຮ່ວມມືລະຫວ່າງປະເທດຢູ່ລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ໂດຍຈະສຸມກໍາລັງຊຸກຍູ້ການຮ່ວມມືໃນຂົງເຂດການແພດ ແລະຢາພື້ນເມືອງ ໃຫ້ໄດ້ຮັບໝາກຜົນຢ່າງມີປະສິດທິຜົນ. ຊຸດຝຶກອົບຮົມ ແລະ ການເຊັນສັນຍາການຮ່ວມມືຄັ້ງນີ້ ກໍເປັນພາກສ່ວນໜຶ່ງຂອງໂຄງການ, ເຊິ່ງຈະປະກອບສ່ວນຢ່າງແຂງແຮງ ໃນການຊຸກຍູ້ຂະແໜງການຢາພື້ນເມືອງໃຫ້ມີການພັດທະນາ ແລະ ເພີ່ມສີສັນອັນ  ໃໝ່ ໃຫ້ແກ່ການຮ່ວມມືຢູ່ເຂດລຽບຕາມລຳແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

ທ່ານ ຊົ້ງຜິງ ຫົວໜ້າພະແນກການຮ່ວມມືສາກົນ ສະຖາບັນວິທະຍາສາດຢາພື້ນເມືອງຈີນ, ທ່ານ ຫູຊິນ ປະທານກຸ່ມບໍລິສັດຢູນເຫີການຢາ, ທ່ານ ພັນ ຕົງເຟີງ ປະທານສະມາຄົມ ກະສິກຳ ສະພາການຄ້າຊາວຈີນຢູ່ປະເທດກຳປູເຈຍ ແລະອີກຫຼາຍທ່ານ ກໍໄດ້ເຂົ້າຮ່ວມພິທີ, ພ້ອມນີ້ ຍັງຈະມີນັກສຳມະນາກອນ ເກືອບ 200 ທ່ານ ຈາກ 6 ປະເທດລຽບຕາມລຳແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຈະເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້.

ພາຍຫຼັງສໍາເລັດພິທີເປີດຊຸດຝຶກອົບຮົມແລ້ວ, ໄດ້ຈັດພິທີເຊັນສັນຍາວ່າດ້ວຍການຮ່ວມສ້າງເຂດຖານປູກພືດທີ່ໃຊ້ເປັນຢາພື້ນເມືອງ ຢູ່ລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ລະຫວ່າງ ຜູ້ຮັບຜິດຊອບ ຂອງ ສູນຊັບພະຍາກອນຢາພື້ນເມືອງຈີນ ສະຖາບັນວິທະຍາສາດຢາພື້ນເມືອງຈີນ, ກຸ່ມບໍລິສັດ ຢູນເຫີການຢາ ແລະ ບໍລິສັດ ເຫີເຊີນການລົງທຶນກຳປູເຈຍ ຈໍາກັດ.