ຈັດງານວາງສະແດງອຸປະກອນທ່ອງທ່ຽວຈີນ-ອາຊຽນ

CRI, December 30, 2022
Size:

ວັນທີ 27 ທັນວານີ້, ງານວາງສະແດງອຸປະກອນທ່ອງທ່ຽວຈີນ-ອາຊຽນຄັ້ງທີ 3 ປີ 2022 ໄດ້ຈັດຂຶ້ນຢູ່ນະຄອນຫຼິວໂຈ່ວເຂດກວາງຊີຈີນ. ງານວາງສະແດງຄັ້ງນີ້ໄດ້ປິ່ນອ້ອມຫົວຂໍ້ “ອຸປະກອນທ່ອງທ່ຽວສ່ວນບຸກຄົນ” ເຊິ່ງໄດ້ດຶງດູດວິສາຫະກິດກິລາພາກສະໜາມເກືອບຮ້ອຍແຫ່ງພາຍໃນປະເທດຈີນເຂົ້າຮ່ວມ, ໄດ້ພົວພັນເຖິງຜະລິດຕະພັນໃນຫຼາຍຂົງເຂດ ເຊັ່ນ: ອຸປະກອນພັກກາງແຈ້ງ, ເຮືອກາໂນ-ກາຍັກ, ການທ່ອງທ່ຽວພາກສະໜາມ ແລະອື່ນໆ, ເນື້ອທີ່ວາງສະແດງມີປະມານ 18.000 ຕາແມັດ.

ທ່ານເສິນປິນ ຮອງປະທານ ທັງເປັນເລຂາທິການໃຫຍ່ສາຂາສິນຄ້າແລະອຸປະກອນການທ່ອງທ່ຽວຂອງສະມາຄົມທ່ອງທ່ຽວຈີນກ່າວວ່າ: ນັບແຕ່ປີ 2020 ເປັນຕົ້ນມາ, ຍ້ອນໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19, ຂະແໜງການທ່ອງທ່ຽວແລະວັດທະນະທຳທົ່ວໂລກໄດ້ຮັບຜົນກະທົບຢ່າງຮ້າຍແຮງ. ປັດຈຸບັນ, ຄຽງຄູ່ກັບຊີວິດການເປັນຢູ່ຂອງປະຊາຊົນຈີນໄດ້ຟື້ນຟູຄວາມເປັນປົກກະຕິເທື່ອລະກ້າວ, ຂະແໜງການທ່ອງທ່ຽວພາກສະໜາມກໍຈະຟື້ນຕົວຄືນໃຫມ່, ຂະແໜງການອຸປະກອນທ່ອງທ່ຽວກໍຈະສາມາດເຕີບໂຕຢ່າງວ່ອງໄວ.