ທ່ານຫວາງຢີ້ກ່າວຄຳປາໄສໃນກອງປະຊຸມສຳມະນາສະພາບການສາກົນ ແລະ ການຕ່າງປະເທດຂອງຈີນປີ 2022

CRI, December 29, 2022
Size:

ວັນທີ 25 ທັນວານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນກອງປະຊຸມສຳມະນາສະພາບການສາກົນ ແລະ ການຕ່າງປະເທດຂອງຈີນປີ 2022.

ທ່ານຫວາງຢີ້ກ່າວວ່າ: ຈີນໄດ້ປະຕິບັດວຽກງານການຕ່າງປະເທດຂອງປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນແບບຄົບວົງຈອນໃນປີ 2022 ເຊິ່ງໄດ້ປະກອບສ່ວນໃໝ່ເຂົ້າໃນການປົກປັກຮັກສາສັນຕິພາບໂລກ ແລະ ຊຸກຍູ້ການພັດທະນາຮ່ວມກັນ. ໃນຂະບວນການແຫ່ງການອອກເດີນທາງຄັ້ງໃໝ່, ວຽກງານການຕ່າງປະເທດຈະຖືແນວຄິດການຕ່າງປະເທດສີຈິ້ນຜິງເປັນທິດຊີ້ນຳ, ຂຽນປະຫວັດສາດໜ້າໃໝ່ ແລະ ສ້າງຄວາມສະຫງ່າງາມໃໝ່ໃຫ້ແກ່ວຽກງານການຕ່າງປະເທດຂອງປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ ດ້ວຍສາຍຕາທີ່ກວ້າງໄກກວ່າເກົ່າ ແລະ ການເຄື່ອນໄຫວຕົວຈິງທີ່ແຂງແຮງກວ່າເກົ່າ.

ທ່ານຫວາງຢີ້ໄດ້ເປີດເຜີຍໜ້າທີ່ໃຫຍ່ 6 ຢ່າງດ້ານວຽກງານການຕ່າງປະເທດຂອງຈີນໃນປີ 2023 ຄື: 1. ຕ້ອງຮັບໃຊ້ແລະຮັບປະກັນວຽກງານການຕ່າງປະເທດຂອງປະມຸກລັດ ແລະ ວຽກງານໃຈກາງອື່ນໆ. 2. ຕ້ອງວາງແຜນເປັນເອກະພາບໃນການບຸກເບີກສະພາບການຕ່າງປະເທດແບບຄົບວົງຈອນ. 3. ຕ້ອງເຕົ້າໂຮມແນວຄວາມຄິດຕ່າງໆໃນການບໍລິຫານທົ່ວໂລກຢ່າງບໍ່ຢຸດຢັ້ງ.  4. ຕ້ອງຕັ້ງໜ້າຮັບໃຊ້ການພັດທະນາທີ່ມີຄຸນນະພາບສູງຂອງປະເທດຊາດ. 5. ຕ້ອງສ້າງແນວປ້ອງກັນທີ່ເຂັ້ມແຂງເພື່ອປ້ອງກັນຜົນປະໂຫຍດແຫ່ງຊາດຢ່າງຕໍ່ເນື່ອງ ແລະ 6. ຕ້ອງຍົກສູງຄວາມສາມາດໃນການເຜີຍແຜ່ຂ່າວສານ ແລະ ຄວາມມີສິດມີສຽງ ໃນສາກົນ.