ເຮືອບິນລຸ້ນ C919 ທີ່ຜະລິດໂດຍຈີນເລີ່ມບິນທົດສອບ

CRI, December 27, 2022
Size:

ວັນທີ 26 ທັນວານີ້, ເຮືອບິນລຸ້ນ C919 ທີ່ຜະລິດໂດຍຈີນ ທີ່ມອບໃຫ້ບໍລິສັດການບິນ China Eastern ລໍາທໍາອິດ ໄດ້ເລີ່ມບິນທົດສອບ ໂດຍໄດ້ອອກເດີນທາງຈາກສະໜາມບິນສາກົນຫົງສຽວນະຄອນຊຽງໄຮ້ ໄປຫາສະໜາມບິນສາກົນນະຄອນຫຼວງປັກກິ່ງ. ນີີ້ເປັນການເລີ່ມຕົ້ນຂອງການບິນທົດສອບເປັນເວລາ 100 ຊົ່ວໂມງຂອງເຮືອບິນລຸ້ນ C919 ລໍາທໍາອິດຂອງບໍລິສັດການບິນ China Eastern ເຊິ່ງຈະທົດສອບຄວາມຮັບປະກັນຂອງເຮືອບິນດັ່ງກ່າວ ໃນການໃຊ້ທາງທຸລະກິດ ແລະ ຈະສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຮັບໃຊ້ຜູ້ໂດຍສານຕາມພາຍຫຼັງ.

ຫຼັງຈາກເຮືອບິນລຸ້ນ C919 ສໍາເລັດການບິນທົດສອບແລ້ວ, ອົງການການບິນພົນລະເຮືອນຈີນຈະພິຈາລະນາ ແລະກວດກາຜົນການທົດສອບ ແລະ ຈະມອບໃບອະນຸຍາດການບິນທີ່ກ່ຽວຂ້ອງພາຍຫຼັງຢືນຢັນຄວາມສາມາດຂອງບໍລິສັດການບິນ China Eastern ໃນການນໍາໃຊ້ເຮືອບິນລຸ້ນ C919 ຢ່າງປອດໄພໄດ້.

ບໍລິສັດການບິນ China Eastern ກໍາລັງພະຍາຍາມເຮັດໃຫ້ເຮືອບິນລຸ້ນ C919 ສາມາດຮັບໃຊ້ຜູ້ໂດຍສານໃນໄລຍະບຸນກຸດຈີນປີ 2023 ທີ່ຈະມາເຖິງນີ້.