ສະຫະກອນການສະໜອງແລະການຕະຫຼາດທົ່ວປະເທດຈີນໄດ້ຮ່ວມກັບຫຼາຍຝ່າຍ ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງຮັບຜົນປະໂຫຍດດ້ານກະສິກຳ ແລະ ວັດຖຸ-ອຸປະກອນດ້ານກະສິກຳລະຫວ່າງບັນດາປະເທດ LM

lmcchina.org, December 26, 2022
Size:

ປີນີ້ແມ່ນປີທຳອິດແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຈີນ-ອາຊຽນ. ໃນຫວ່າງບໍ່ດົນມານີ້, ກອງປະຊຸມສຸດຍອດການຮ່ວມມືດ້ານເສດຖະກິດ-ການຄ້າໃນຂົງເຂດກະສິກຳ ແລະ ວັດຖຸ-ອຸປະກອນດ້ານກະສິກຳລະຫວ່າງບັນດາປະເທດ LM ປະຈຳ ປີ 2022 ໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ ພາຍໃຕ້ຫົວຂໍ້ "ເພີ່ມທະວີຄວາມສາມາດການພັດທະນາຂອງຂະແໜງການ ແລະ ຊຸກຍູ້ການຮ່ວມມືແລະຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາປະເທດ LM" ເຊິ່ງແມ່ນສະຫະກອນການສະໜອງແລະການຕະຫຼາດທົ່ວປະເທດຈີນເປັນເຈົ້າພາບຈັດຂຶ້ນ.

ທ່ານ ໂຫຊຸ້ນລີ້(Hou Shunli), ຮອງປະທານສະພາບໍລິຫານ ແລະ ສະມາຊິກໜ່ວຍພັກ ສະຫະກອນການສະໜອງແລະການຕະຫຼາດທົ່ວປະເທດຈີນໄດ້ກ່າວວ່າ: ປະເທດຈີນ ແລະ ບັນດາປະເທດອາຊຽນ ໂດຍສະເພາະແມ່ນບັນດາປະເທດ LM ຈະຂຸດຄົ້ນທ່າແຮງບົ່ມຊ້ອນດ້ານການຮ່ວມມືຢ່າງບໍ່ຢຸດຢັ້ງ, ຂະຫຍາຍອອກສູ່ລວງກວ້າງ ແລະ ລວງເລິກຂອງການຮ່ວມມືໃນຂົງເຂດກະສິກຳ ແລະ ວັດຖຸ-ອຸປະກອນດ້ານກະສິກຳ, ຍົກສູງຄຸນນະພາບ ແລະ ລະດັບການຮ່ວມມື ເພື່ອຊຸກຍູ້ການພັດທະນາທາງດ້ານເສດຖະກິດ ກໍຄື ການຫັນເປັນທັນສະໄໝດ້ານກະສິກຳ ແລະ ວັດຖຸ-ອຸປະກອນດ້ານກະສິກຳຂອງບັນດາປະເທດ LM.

ທ່ານ ໂຫຊຸ້ນລີ້ ສະເໜີວ່າ ທຸກຝ່າຍທີ່ກ່ຽວຂ້ອງຄວນອອກແຮງພະຍາຍາມຮ່ວມກັນໃນ 3 ດ້ານ ຄື: 1) ລົງເລິກການຮ່ວມມືໃນດ້ານກະສິກຳ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນພາກພື້ນ, ຍົກສູງສະຖຽນລະພາບຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ຄວາມໝັ້ນຄົງດ້ານສະບຽງອາຫານໃນພາກພື້ນ;2) ແບ່ງປັນກາລະໂອກາດໃໝ່, ຍົກສູງລະດັບການຄ້າ ກະສິກຳ ແລະ ວັດຖຸ-ອຸປະກອນດ້ານກະສິກຳໃນພາກພື້ນ ເພື່ອສ້າງກຳລັງຊຸກດັນໃໝ່ ແລະ ພະລັງຊີວິດໃໝ່ໃຫ້ແກ່ຄວາມຈະເລີນທາງດ້ານເສດຖະກິດໃນພາກພື້ນ ແລະ ສ້າງຊີວິດການເປັນຢູ່ທີ່ມີຄວາມຜາສຸກໃຫ້ແກ່ປະຊາຊົນ; 3) ເສີມຂະຫຍາຍບົດບາດເປັນຂົວຕໍ່ເພື່ອຊຸກຍູ້ການຮ່ວມມື ແລະ ການແລກປ່ຽນລະຫວ່າງພາກເອກະຊົນໃນພາກພື້ນ. 

ຢູ່ທີ່ກອງປະຊຸມດັ່ງກ່າວ, ຍັງໄດ້ເປີດໂຕຄໍລໍາວິດີໂອ “ຮຽນຮູ້ກ່ຽວກັບກະສິກຳ LM” ທີ່ຄົ້ນຄວ້າພັດທະນາໂດຍສະພາການຄ້າດ້ານກະສິກຳຈີນ-ອາຊຽນ ເຊິ່ງຈະນຳສະເໜີສະພາບ ແລະ ໝາກຜົນການພັດທະນາດ້ານເສດຖະກິດ-ການຄ້າໃນຂົງເຂດກະສິກຳແລະວັດຖຸ-ອຸປະກອນດ້ານກະສິກຳຂອງບັນດາປະເທດ LM ຜ່ານຮູບການວິດີໂອສັ້ນ ເພື່ອຊຸກຍູ້ການແລກປ່ຽນແລະການຮ່ວມມືໃຫ້ລົງສູ່ລວງເລິກ.