ສັບປະດາຜະລິດຕະພັນສຽງ-ພາບ LM ປະຈຳ 2022: ເຕັກນິກດ້ານວິທະຍຸກະຈາຍສຽງ ແລະ ໂທລະພາບລະດັບນຳໜ້າຂອງຈີນກ້າວເດີນອອກສູ່ຕ່າງປະເທດ

lmcchina.org, December 26, 2022
Size:

ໃນລະຫວ່າງວັນທີ 15 ຫາ 17 ທັນວາທີ່ຜ່ານມາ, ງານແລກປ່ຽນດ້ານເຕັກນິກຜະລິດຕະພັນສຽງ-ພາບທາງວິທະຍຸ, ໂທລະພາບ ແລະ ອິນເຕີເນັດຂອງສັບປະດາຜະລິດຕະພັນສຽງ-ພາບ LM ປະຈຳ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນເຈົ້າພາບຂອງກົມຮ່ວມມືສາກົນ: ກົມໃຫຍ່ວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດຈີນ.

ກິດຈະກຳດັ່ງກ່າວໄດ້ກຳນົດຫົວຂໍ້ “ເຕັກໂນໂລຊີສ້າງກຳລັງຊຸກດັນໃຫ້ແກ່ການຮ່ວມມືດ້ານສື່ຂອງບັນດາປະເທດ LM” ແລະ ຈັດກິດຈະກໍາດ້ວຍຫຼາຍຮູບແບບ ເຊັ່ນ ໄດ້ຈັດກອງປະຊຸມແບ່ງປັນທາງໄກ, ການແລກປ່ຽນທາງໄກ ແລະ ການນຳສະເໜີຜະລິດຕະພັນທາງໄກເປັນຕົ້ນ, ເຊິ່ງໄດ້ແນະນຳເຕັກນິກ ແລະ ອຸປະກອນໃນຂະແໜງການວິທະຍຸກະຈາຍສຽງ ແລະ ໂທລະພາບທີ່ຈີນມີສິດຊັບສິນທາງປັນຍາເປັນຂອງຕົນເອງ, ບົດຮຽນປະສົບການໃນການຖ່າຍທອດ ໃນງານກິດຈະກໍາສຳຄັນຂະໜາດໃຫຍ່ ກໍຄື ການປະດິດສ້າງໃໝ່ແລະການໝູນໃຊ້ ແລະດ້ານອື່ນໆ. ໃນນັ້ນ, ກອງປະຊຸມແບ່ງປັນທາງໄກໄດ້ດຳເນີນໄປພາຍໃຕ້ 4 ຫົວຂໍ້ສະເພາະ ຄື “ການປະດິດສ້າງໃໝ່ ແລະ ການປະຍຸກເຕັກນິກໃນງານແຂ່ງຂັນກິລາໂອລິມປິກລະດູໜາວປັກກິ່ງ”,“ເຕັກນິກຊຸກດັນການຜະລິດລາຍການ”, “ການຫັນເປັນດີຈີຕອນ ແລະ ຄວາມຊັດເຈນສູງ” ແລະ “ເຕັກນິກລະດັບນຳໜ້າດ້ານວິທະຍຸກະຈາຍສຽງ ແລະ ໂທລະພາບ” ໂດຍມີຜູ້ຊົມຈາກອົງການສື່ຕ່າງໆຂອງປະເທດຢູ່ລຽບຕາມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄື ປະເທດມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມເຂົ້າຮ່ວມ, ກອງປະຊຸມແລກປ່ຽນທາງໄກພາຍໃຕ້ຫົວຂໍ້ “ເຕັກນິກລະດັບນຳໜ້າດ້ານວິທະຍຸ-ໂທລະພາບ” ໄດ້ເຊື້ອເຊີນວິສາຫະກິດຂອງຈີນຈຳນວນໜຶ່ງເຂົ້າຮ່ວມ,  ເຊັ່ນ: ບໍລິສັດBOSMA, ບໍລິສັດ ZTE ເປັນຕົ້ນ ແລະ ໃນກິດຈະກໍາຄັ້ງນີ້ ຍັງໄດ້ນໍາເອົາກ້ອງຖ່າຍ 8k ຫຼາຍປະເພດທີ່ປະເທດຈີນຜະລິດເອງມາວາງສະແດງຜ່ານຮູບແບບທາງໄກ.