ຈັດກິດຈະກຳເພື່ອລະນຶກທາງລົດໄຟຈີນ-ລາວເປີດນຳໃຊ້ຄົບຮອບໜຶ່ງປີ

CRI, December 22, 2022
Size:

     ວັນທີ 20 ທັນວານີ້, ກິດຈະກຳເພື່ອລະນຶກທາງລົດໄຟຈີນ-ລາວເປີດນຳໃຊ້ຄົບຮອບໜຶ່ງປີໄດ້ຈັດຂຶ້ນ. ຈີນ ແລະ ລາວຕ່າງໄດ້ຈັດກິດຈະກຳຢູ່ເມືອງບໍ່ຫານ ແລະ ເມືອງບໍ່ເຕັນ ພ້ອມທັງຢູ່ເຂດລຽບຕາມທາງລົດໄຟຈີນ-ລາວ ໂດຍຜ່ານທາງ ອອນໄລ ແລະ ອອຟໄລ.

    ທ່ານວາງນີງ ເລຂາຄະນະພັກແຂວງຢູນນານຈີນກ່າວວ່າ, ທາງລົດໄຟຈີນ-ລາວເປັນໂຄງການຂີດໝາຍທີ່ພ້ອມກັນກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ແມ່ນໂຄງການຕົວແບບທີ່ສອງປະເທດຈີນ-ລາວຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ແຂວງຢູນນານຈະປະຕິບັດຕາມຂໍ້ລິເລີ່ມການພັດທະນາທົ່ວໂລກຂອງທ່ານສີຈີ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ພາຍໃຕ້ການນຳພາຂອງລັດຖະ ບານຈີນ, ລົງເລິກການຮ່ວມມືກັບລາວຕື່ມອີກ, ຕັ້ງໜ້າຊຸກຍູ້ຂະບວນ ລົດໄຟຈີນ - ລາວຍົກສູງຄຸນນະພາບ ແລະ ເພີ່ມຄວາມສາມາດດ້ານການຂົນສົ່ງ, ເລັ່ງລັດການຮ່ວມມື ແລະ ການພັດທະນາຂະແໜງການ ທີ່ຢູ່ເຂດລຽບຕາມທາງລົດໄຟ, ທຳຄວາມພະຍາຍາມສ້າງທາງລົດໄຟຈີນ-ລາວໃຫ້ກາຍເປັນເສັ້ນທາງຄຳທີ່ເຊື່ອມຈອດກັນຢ່າງມີປະສິດທິພາບສູງ, ພ້ອມກັນພັດທະນາອຸດສາຫະກຳຕ່າງໆ ແລະ ວັດທະນະທຳ ກັບການ ທ່ອງທ່ຽວໃຫ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊີ່ງ.