ຍົນ ARJ21 ຂອງຈີນເລີ່ມບໍລິການຢູ່ຕ່າງປະເທດເປັນເທື່ອທຳອິດ

CRI, December 21, 2022
Size:

ວັນທີ 18 ທັນວານີ້, ຍົນ ARJ21 ທີ່ຈີນຄົ້ນຄວ້າຜະລິດເອງ ໄດ້ມອບໃຫ້ບໍລິສັດຈັນນູຊາອິນໂດເນເຊຍ ລູກຄ້າຕ່າງປະເທດແຫ່ງທຳອິດຢ່າງເປັນທາງການ, ນີ້ແມ່ນຍົນ ARJ21 ຂອງຈີນເລີ່ມບໍລິການຢູ່ຕ່າງປະເທດເປັນເທື່ອທຳອິດ.

ຍົນ ARJ21 ແມ່ນຍົນໂດຍສານໄລຍະກາງ ແລະ ໄລຍະສັ້ນ ທີ່ຈີນຄົ້ນຄວ້າຜະລິດເອງ, ໄລຍະການບິນຢູ່ລະຫວ່າງ 2.225 - 3.700 ກິໂລແມັດ, ມີຈຸດດີເດັ່ນໃນການທົນຕໍ່ຄວາມຮ້ອນສູງ, ກັນລົມແຮງ ແລະບິນໃນເວລາກາງຄືນໄດ້.

ອິນໂດເນເຊຍມີເກາະດອນຫຼາຍແຫ່ງ, ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນຕະຫຼາດການບິນ, ຍົນ ARJ21 ສາມາດຕອບສະໜອງຄວາມຕ້ອງການຈາກຕົວເມືອງທີ່ເປັນສູນກາງການບິນໄປສູ່ບັນດາຕົວເມືອງຂະໜາດກາງແລະນ້ອຍທີ່ຢູ່ອ້ອມຂ້າງນັ້ນໄດ້ເປັນຢ່າງດີ.