ເລີ່ມກິດຈະການລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄັ້ງທີ 124

CRI, December 21, 2022
Size:

ເວລາ 8 ໂມງຂອງວັນທີ 20 ທັນວານີ້, ເຮືອປະຕິບັດກົດໝາຍ 2 ລຳຂອງຈີນໄດ້ແລ່ນອອກຈາກທ່າກ່ວນເຫຼີຍ, ກິ່ງແຂວງສິບສອງພັ່ນນາ, ແຂວງຢຸນນານ ຈີນ, ເປັນຂີດໝາຍສະແດງໃຫ້ເຫັນວ່າ ກິດຈະການລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄັ້ງທີ 124 ເລີ່ມຂຶ້ນຢ່າງເປັນທາງການແລ້ວ.

ອິງຕາມແຜນການດຳເນີນງານລາດຕາເວນປະຕິບັດກົດໝາຍຮ່ວມຕາມລຳ ແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ປີ 2022, ໃນໄລຍະດັ່ງກ່າວ, ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດດັ່ງກ່າວ ຈະຈັດການເຝິກຊ້ອມຮ່ວມຢູ່ເຂດນ່ານນ້ຳເມືອງເມິງ, ແຂວງບໍ່ແກ້ວຂອງລາວ. ການເຝິກຊ້ອມຄັ້ງນີ້ມີເປົ້າໝາຍຕົ້ນຕໍເພື່ອແກ້ໄຂການລັກລອບຂ້າມຊາຍແດນແບບຜິດກົດໝາຍ, ການຄ້າຢາເສບຕິດ ແລະອື່ນໆຜ່ານທາງນ້ຳ ແລະ ທາງບົກ, ເພື່ອກວດກາ ແລະ ຍົກສູງຄວາມສາມາດຂອງຜູ້ປະຕິບັດກົດໝາຍ  4 ປະເທດຈີນ-ລາວ-ມຽນມາ-ໄທ ໃນການເຄື່ອນໄຫວຮ່ວມ, ການຮັບມືກັບການປະທະກັນແບບສຸກເສີນ ແລະປະສານງານການສູ້ຮົບຮ່ວມກັນ.