ນາຍົກລັດຖະມົນຕີໄທເຕືອນໃຫ້ອາຊຽນ ແລະ ສະຫະພາບເອີຣົບເພີ່ມທະວີການຮ່ວມມືຢ່າງສ້າງສັນ

CRI, December 20, 2022
Size:

ວັນທີ 15 ທັນວາ 2022, ທ່ານປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ລົງຄວາມເຫັນໃນທວິດເຕີວ່າ: ຕົນໄດ້ເປິກສາຫາລືກັບຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະພາບເອີຣົບແລ້ວ ແລະ ເຫັນວ່າການຮ່ວມມືລະຫວ່າງປະເທດຕ່າງໆຄວນສຸມໃສ່ຂົງເຂດຄວາມໝັ້ນຄົງ, ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະອື່ນໆ.

ໃນດ້ານຄວາມໝັ້ນຄົງ, ປະເທດຕ່າງໆຄວນເພີ່ມທະວີການຮ່ວມມື, ຫຼີກລ້ຽງການເປັນປໍລະປັກກັນ, ປ້ອງກັນບໍ່ໃຫ້ມີຄວາມສ່ຽງທີ່ເກີດປະທະກັນ, ພ້ອມກັນນັ້ນ ຊຸກຍູ້ການປະສານງານດ້ານມະນຸດສະທຳ ແລະ ການຊ່ວຍເຫຼືອເສດຖະກິດ. ກ່ຽວກັບບັນຫາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ປະເທດຕ່າງໆມີຄວາມຮັບຜິດຊອບໃນການສ້າງຄວາມສາມັກຄີກັນ, ຮ່ວມກັນຮັບມືກັບບັນຫາຕ່າງໆ ເຊັ່ນ: ການປ່ຽນແປງດິນຟ້າອາກາດ, ບັນຫາໂລກຮ້ອນ ແລະອື່ນໆ.

ທ່ານປຣະຢຸດ ຈັນໂອຊາ ກ່າວຕື່ມວ່າ: ເຊື່ອວ່າກຳລັງຈາກການຮ່ວມມືທີ່ມີລັກສະນະສ້າງສັນສາມາດກາຍເປັນແມ່ແຮງຂອງການພັດທະນາແບບຍືນຍົງ. ນີ້ຈະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນອາຊຽນ, ປະຊາຊົນສະຫະພາບເອີຣົບ ກໍຄືປະຊາຊົນປະເທດຕ່າງໆໃນໂລກ.