ແຜນການບໍາລຸງສ້າງນັກການທູດໃນອະນາຄົດ ສຳລັບປະເທດລຽບຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈຳປີ 2022 ໄດ້ສໍາເລັດຜົນຢ່າງຈົບງາມ

lmcchina.org, December 19, 2022
Size:

ຮູບແຄບໜ້າຂອງ ກອງປະຊຸມຜູ້ນໍາແບບຈໍາລອງ ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແບບທາງອອນລາຍ ປະຈໍາປີ 2022


ກອງປະຊຸມຜູ້ນໍາແບບຈໍາລອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈໍາປີ 2022 ໄດ້ຈັດຂຶ້ນດ້ວຍຮູບແບບອອນລາຍ ໂດຍສູນຄົ້ນຄວ້າຂົງເຂດອາຊີ ຂອງ ສະຖາບັນການຕ່າງປະເທດຈີນ. ໃນຖານະທີ່ເປັນກິດຈະກໍາການເຄື່ອນໄຫວມ້ວນທ້າຍຂອງ ແຜນການບໍາລຸງສ້າງນັກການທູດໃນອະນາຄົດ ສຳລັບປະເທດລຽບຕາມແມ່ນໍ້າຂອງ -ແມ່ນໍ້າລ້ານຊ້າງ ປະຈຳປີ 2022, ໄດ້ມີຊາວໜຸ່ມຜູ້ດີເດັ່ນທີ່ມຸ່ງຫວັງຢາກປະກອບສ່ວນເຂົ້າໃນວຽກງານການທູດໃນພາຍໜ້າ ຫຼາຍກວ່າ 150 ຄົນຈາກ 6 ປະເທດ ເຂົ້າຮ່ວມ, ໂດຍໄດ້ຈັດແບ່ງເປັນຄະນະຜູ້ແທນຂອງ 6 ປະເທດລຽບຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະຄະນະຜູ້ແທນຂອງອົງການຈັດຕັ້ງສາກົນຫຼາຍຄະນະ, ເຊັ່ນ: ຄະນະຜູ້ແທນອາຊຽນ, ອົງການສະຫະປະຊາຊາດ ເພື່ອການພັດທະນາ, ທະນາຄານພັດທະນາອາຊີ, ທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ, ຄະນະກໍາມາທິການແມ່ນນໍ້າຂອງ ແລະອື່ນໆ,ໂດຍໄດ້ເຂົ້າຮ່ວມເປີດກອງປະຊຸມຜູ້ນໍາແບບຈໍາລອງ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ເຈົ້າພາບກອງປະຊຸມໄດ້ເຊື້ອເຊີນນັກປາດ ແລະ ຜູ້ຊ່ຽວຊານອາວຸໂສຫຼາຍທ່ານເຂົ້າຮ່ວມ ເພື່ອໃຫ້ຄໍາປຶກສາດ້ານວິຊາການໃຫ້ແກ່ບັນດາຄະນະຜູ້ແທນ ກ່ອນເປີດກອງປະຊຸມ, ກອງປະຊຸມຈໍາລອງຄັ້ງນີ້ ໄດ້ຈັດຂຶ້ນເປັນ 3 ກອງປະຊຸມ ໃນເວລາດຽວກັນ, ນັກສໍາມະນາກອນໜຸ່ມ ຈາກ 6 ປະເທດໄດ້ແລກປ່ຽນຄວາມຄິດເຫັນຮ່ວມກັນຢ່າງເລິກເຊິ່ງ ແລະ ເຕົ້າໂຮມຄວາມຮັບຮູ້ເປັນເອກະພາບກັນ ໂດຍປິ່ນອ້ອມຫົວຂໍ້ກ່ຽວຂ້ອງ, ເຊິ່ງໄດ້ສະເໜີເອກະສານບົດລາຍງານເກືອບ 90 ສະບັບໃນຮູບແບບບົດລາຍງານໜ່ວຍງານ, ອັນໄດ້ເປັນການປະກອບສ່ວນເຂົ້າໃນແຜນການພັດທະນາຂອງຊາວໜຸ່ມ ແລະ ການປະກອບສ່ວນດ້ານສະຕິປັນຍາຂອງຊາວໜຸ່ມ ສຳລັບອະນາຄົດຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ໃນຊ່ວງເວລາກອງປະຊຸມຜູ້ນໍາ ແບບຈໍາລອງ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ນັກສຳມະນາກອນທີ່ເປັນຜູ້ແທນຈາກ 6 ປະເທດ ໄດ້ປະຕິບັດກົດລະບຽບ ກ່ຽວກັບການພິຈາລະນາຫົວຂໍ້ ຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ໂດຍໄດ້ນໍາສະເໜີທັດສະນະ ແລະ ຈຸດຢືນດ້ານນະໂຍບາຍປະເທດຕົນ ບົນພື້ນຖານຄວາມຮັບຮູ້ດ້ານນະໂຍບາຍ ທີ່ກອງປະຊຸມໜ່ວຍງານ ໄດ້ບັນລຸເປັນເອກະພາບກັນ ແລະ ດຳເນີນໄປພາຍໃຕ້ຫົວຂໍ້ ການສ້າງແລວພັດທະນາເສດຖະກິດລ້ອງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງດ້ວຍຄຸນນະພາບສູງ. ຕໍ່ມາ, ນັກສຳມະນາກອນທີ່ຕາງໜ້າຄະນະຜູ້ແທນຂອງອົງການຈັດຕັ້ງສາກົນຫຼາຍຄະນະ ເຊັ່ນ: ຄະນະຜູ້ແທນຈາກອາຊຽນ, ອົງການສະຫະປະຊາຊາດ ເພື່ອການພັດທະນາ, ທະນາຄານພັດທະນາອາຊີ, ທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ, ຄະນະກໍາມາທິການແມ່ນນໍ້າຂອງ ແລະອື່ນໆ ໄດ້ປະກອບຄວາມຄິດເຫັນດ້ານນະໂຍບາຍໃຫ້ແກ່ການພັດທະນາໃນອະນາຄົດຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈາກມູມມອງຂອງອົງການຕົນເອງ. ກອງປະຊຸມສຸດຍອດໄດ້ອັດລົງ ດ້ວຍການຮັບຮອງຜ່ານ ຖະແຫຼງການຮ່ວມພິເສດ ຂອງ ກອງປະຊຸມສຸດຍອດແບບຈໍາລອງ ຂອງ ຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.