ສຳເລັດການຜະລິດລົດໄຟຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນ 300 ຕູ້ງວດທຳອິດ

CRI, December 19, 2022
Size:

ຕາມຂ່າວCRI: ວັນທີ 14 ທັນວານີ້, ລົດໄຟຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນແບບ C70E 300 ຕູ້ ງວດທຳອິດ ທີ່ຜະລິດໂດຍບໍລິສັດລົດຍົນເມີຍຊານຈຳກັດຂອງກຸ່ມບໍລິສັດໂຈ່ງຊື່ ຫຼື ບໍລິສັດໂຈ່ງຊື່ເມີຍຊານ ໄດ້ຜະລິດອອກຢ່າງເປັນທາງການ, ເຊິ່ງຈະສະໜອງຕອບຄວາມຕ້ອງການດ້ານການຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນ.

ຂ່າວແຈ້ງໃຫ້ຮູ້ວ່າ, ລົດໄຟຂົນສົ່ງສິນຄ້າແບບ C70E ທີ່ຜະລິດໃໝ່ໃນຄັ້ງນີ້ມີປະມານ 300 ຕູ້, ແມ່ນລົດໄຟລາວ-ຈີນໄດ້ຈັດຊື້ເປັນຄັ້ງທຳອິດ  ແລະແມ່ນລົດໄຟຂົນສົ່ງສິນຄ້າຂອງຈີນໄດ້ເຂົ້າສູ່ຕະຫຼາດຂອງລາວເປັນງວດຄັ້ງທຳອິດ.

ຂ່າວແຈ້ງໃຫ້ຮູ້ຕື່ມວ່າ, ພາຍຫຼັງລົດໄຟຂົນສົ່ງສິນຄ້າ 300 ຕູ້ທີ່ຜະລິດໂດຍບໍລິສັດໂຈ່ງຊື່ເມີຍຊານໄດ້ຜ່ານການກວດກາແລະມອບຮັບແລ້ວ, ຈະຖືກຂົນສົ່ງໄປດ່ານບໍ່ຫານຕາມເສັ້ນທາງລົດໄຟລະຫວ່າງນະຄອນເສີງຕູ່ຫານະຄອນຄຸນໝິງໃນທ້າຍເດືອນທັນວານີ້ ແລະຂົນສົ່ງຕໍ່ຜ່ານທາງລົດໄຟລາວ-ຈີນຮອດສະຖານທີ່ກຳນົດ, ໃນອະນາຄົດຈະເຮັດໜ້າທີ່ຂົນສົ່ງສິນຄ້າລະຫວ່າງບໍ່ຫານຫານະຄອນຫຼວງວຽງຈັນຜ່ານທາງລົດໄຟລາວ-ຈີນ.