ມະຫາວິທະຍາໄລສີລະປະລາຊະວົງກຳປູເຈຍຈັດງານເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບ “ຄວາມທັນສະໄໝແບບຈີນ”

CRI, December 19, 2022
Size:

ວັນທີ 13 ທັນວານີ້, ມະຫາວິທະຍາໄລສີລະປະລາຊະວົງກຳປູເຈຍໄດ້ ຈັດງານເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບ “ຄວາມທັນສະໄໝແບບຈີນ”. ທ່ານອູຊວນປີ່ງ ທີ່ເປິກສາສະຖານທູດຈີນປະຈຳກຳປູເຈຍ, ດຣ.ເຊມູນີຣິດ ປະທານສະມາຄົມພັດທະນາການພົວພັນກຳປູເຈຍ-ຈີນ ໄດ້ເຂົ້າຮ່ວມງານແລະຕ່າງມີຄຳເຫັນ. ໂດຍມີຄູອາຈານແລະນັກສຶກສາມະຫາວິທະຍາໄລສີລະປະລາຊະວົງກຳປູເຈຍ ປະມານ 200 ຄົນເຂົ້າຮ່ວມງານດັ່ງກ່າວ.

ທ່ານອູຊວນປິ່ງກ່າວວ່າ, ຄວາມທັນສະໄໝແບບຈີນ, ແມ່ນຄວາມທັນສະໄໝສັງຄົມນິຍົມທີ່ນຳພາໂດຍພັກຄອມມູນິດຈີນ, ມີລັກສະນະຮ່ວມຂອງຄວາມທັນສະໄໝປະເທດຕ່າງໆ, ຍິ່ງມີສີສັນພິເສດຂອງຈີນທີ່ສອດຄ່ອງກັບສະພາບຕົວຈິງຂອງຈີນ, ເຊິ່ງໄດ້ປະກອບສ່ວນດ້ານສະຕິປັນຍາຈີນແລະແຜນການຂອງຈີນເພື່ອແກ້ໄຂບັນຫາຂອງມວນມະນຸດ.

ດຣ.ເຊມູນີຣິດ ປະທານສະມາຄົມພັດທະນາການພົວພັນກຳປູເຈຍ-ຈີນກ່າວວ່າ, “ຮັ່ງມີພ້ອມກັນ” ແມ່ນລັກສະນະທີ່ສຳຄັນຂອງຄວາມທັນສະໄໝແບບຈີນ. ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ແຕ່ການລຶບລ້າງຄວາມທຸກຍາກຂອງຈີນຍັງໄດ້ຮັບໄຊຊະນະຢ່າງຮອບດ້ານ. ພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ຈີນກຳລັງພະຍາຍາມສ້າງປະຫວັດສາດ ໃໝ່ແຫ່ງການສ້າງຄວາມທັນສະໄໝສັງຄົມນິຍົມຢ່າງຮອບດ້ານ.