ລົດໄຟຂົນສົ່ງໝາກໄມ້ແຊ່ເຢັນຕາມທາງລົດໄຟຈີນ-ລາວຂະບວນທຳອິດທີ່ບັນທຸກໝາກກ້ວຍຫອມຂອງລາວເດີນທາງມາເຖິງນະຄອນສາງຊ່າຂອງຈີນ

CRI, December 15, 2022
Size:

    ລົດໄຟຂົນສົ່ງໝາກໄມ້ແຊ່ເຢັນທີ່ບັນທຸກໝາກກ້ວຍຫອມຂອງລາວ ໃນຕູ້ຄອນເທນເນີແຊ່ເຢັນ 25 ຕູ້ລວມທັງໝົດ 500 ໂຕນນັ້ນ, ໄດ້ເດີນທາງຈາກນະຄອນຫຼວງວຽງຈັນມຸ່ງໜ້າສູ່ທິດເໜືອຕາມທາງລົດໄຟຈີນ-ລາວ, ພາຍຫຼັງໝາກກ້ວຍເຫຼົ່ານີ້ໄດ້ຮັບການກວດກາຄຸນນະພາບແລະກັກກັນພະຍາດທີ່ດ່ານບໍ່ຫານແຂວງຢຸນນານຂອງຈີນແລ້ວ ໄດ້ເດີນທາງຕໍ່ຜ່ານນະຄອນຫວຍຮວ້າແລ້ວຮອດນະຄອນສາງຊ່າ, ຈາກນັ້ນ, ໝາກກ້ວຍເຫຼົ່ານີ້ຈະຖືກສົ່ງໄປເຖິງສູນຂາຍຍົກຜະລິດຕະພັນກະສິກໍາໂລກຫົງຊີງແລະຖືກຂາຍໄປຮອດແຫ່ງຕ່າງໆພາຍໃນປະເທດຈີນ.

    ວັນທີ 12 ທັນວານີ້, ພິທີມອບ-ຮັບລົດໄຟຂົນສົ່ງໝາກໄມ້ແຊ່ເຢັນຕາມທາງລົດໄຟຈີນ-ລາວຂະບວນທຳອິດທີ່ບັນທຸກໝາກກ້ວຍຫອມຂອງລາວໄດ້ຈັດຂຶ້ນຢູ່ນະຄອນສາງຊ່າຂອງຈີນ. ຕາມຂ່າວແຈ້ງໃຫ້ຮູ້ວ່າ: ນີ້ແມ່ນ “ລົດໄຟຂົນສົ່ງໝາກກ້ວຍ” ທີ່ໃຫ້ບໍລິການລະຫວ່າງຕົວເມືອງພາຍໃນປະເທດຈີນໂດຍກົງຂະບວນທໍາອິດນັບແຕ່ທາງລົດໄຟຈີນ-ລາວເປີດນຳໃຊ້ຄົບຮອບ 1 ປີຜ່ານມາ ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າ, ພາກກາງແລະຕາເວັນຕົກຂອງຈີນໄດ້ກ້າວເຂົ້າສູ່ຍຸກຄໍາແຫ່ງການນໍາເຂົ້າຜະລິດຕະພັນກະສິກໍາຈາກປະເທດສະມາຊິກອາຊຽນເປັນຕົ້ນໝາກໄມ້ທີ່ມີຄຸນນະພາບສູງແລະອື່ນໆ ໂດຍຜ່ານທາງລົດໄຟຈີນ-ລາວ.

    ຕາມບໍລິສັດທາງລົດໄຟລາວ-ຈີນຈໍາກັດທີ່ຮັບຜິດຊອບການບໍລິຫານທາງລົດໄຟລາວ-ຈີນຕອນທາງຢູ່ລາວແຈ້ງໃຫ້ຮູ້ວ່າ: ທາງລົດໄຟລາວ-ຈີນຈະສືບຕໍ່ສະໜັບສະໜູນການສົ່ງອອກຜະລິດຕະພັນກະສິກໍາທີ່ມີເອກະລັກຂອງລາວເຂົ້າສູ່ຈີນ ແລະຄາດວ່າຈະຈັດລົດໄຟທີ່ກ່ຽວຂ້ອງຫຼາຍກວ່າ 2 ຂະບວນຕໍ່ອາທິດ.