ເວທີປາໄສຢາພື້ນເມືອງຈີນ-ອາຊຽນຄັ້ງທີ 7 ຈັດຂຶ້ນຢູ່ເມືອງຟາງເຊິງກັງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ

CRI, December 15, 2022
Size:

 

ວັນທີ 12 ທັນວານີ້, ເວທີປາໄສຢາພື້ນເມືອງຈີນ-ອາຊຽນຄັ້ງທີ 7 ຈັດຂຶ້ນຢູ່ເມືອງຟາງເຊິງກັງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ.

ເວທີປາໄສຄັ້ງນີ້ ໂດຍການເປັນເຈົ້າພາບຂອງຄະນະກຳມະການສາທາລະນະສຸກແລະສຸຂະພາບແຫ່ງຊາດຈີນ, ອົງການຄຸ້ມຄອງຢາພື້ນເມືອງຈີນ ຮ່ວມກັບອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະຈັດຂຶ້ນທຸກໆສອງປີຕໍ່ຄັ້ງ. ເວທີປາໄສຄັ້ງນີ້ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ “ຍຶດເອົາກາລະໂອກາດສັນຍາການພົວພັນຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ ຫຼື  RCEP ແລະສົ່ງເສີມການພັດທະນາທີ່ມີຄຸນນະພາບສູງດ້ານຢາພື້ນເມືອງຈີນ-ອາຊຽນ”, ດຳເນີນການເປິກສາຫາລືປິ່ນອ້ອມການຄົ້ນຄວ້າພັດທະນາຢາພື້ນເມືອງພາຍໃຕ້ RCEP, ຮັກສາຊັບພະຍາກອນຢາພື້ນເມືອງ ແລະການຄ້າບໍລິການ ກໍຄືວັດທະນະທຳ, ເຕັກນິກຂອງຢາພື້ນເມືອງ, ບົດຮຽນດ້ານການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ຂອງຢາພື້ນເມືອງ, ເຊິ່ງໄດ້ເຊີນເຈົ້າໜ້າທີ່, ຜູ້ຊ່ຽວຊານ ແລະຜູ້ຕາງໜ້າຂອງວົງການຢາພື້ນເມືອງຈີນ ແລະບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມເວທີປາໄສດັ່ງກ່າວຜ່ານທາງອອນລາຍແລະອອຟລາຍ.