ເປີດການສຳມະນາອອນລາຍສຳລັບຄູສອນພາສາຈີນຢູ່ຕ່າງປະເທດປີ 2022

CRI, December 14, 2022
Size:

 

ວັນທີ 9 ທັນວານີ້, ພິທີເປີດການສຳມະນາຄູສອນພາສາຈີນຢູ່່ຕ່າງປະເທດປີ 2022 ໄດ້ຈັດຂຶ້ນຜ່ານທາງອອນລາຍ ໂດຍມີຜູ້ອຳນວຍການໂຮງຮຽນພາສາຈີນ ແລະຄູສອນພາສາຈີນທັງໝົດເກືອບ 200 ຄົນຈາກມຽນມາ, ອິນໂດເນເຊຍ, ຟີລິບປິນ, ໄທ, ສິງກະໂປ, ມະເລເຊຍ, ຫວຽດນາມ ແລະປະເທດອື່ນໆຈະດຳເນີນການສຳມະນາເປັນເວລາ 10 ວັນ.

ການສຳມະນາດັ່ງກ່າວແມ່ນຫ້ອງການວຽກງານຈີນຕ່າງດ້າວຂອງລັດຖະບານຈີນເປັນເຈົ້າພາບຈັດຂຶ້ນ ເຊິ່ງລວມມີຫຼັກສູດ 6 ປະເພດ ຄື: ຄວາມຮູ້ພື້ນຖານ, ຄວາມຮູ້ວິຊາການ, ເຕັກນິກວິຊາການ, ສິລະປະວັດທະນະທຳ, ວັດທະນະທຳຈີນ ແລະວັດທະນະທຳປາຢຸຍ(ບໍລິເວນຈູງກິ່ງໃນປະຈຸບັນ),ກ່ຽວພັນເຖິງການສອນການອອກສຽງພາສາຈີນ, ການປະຕິຮູບການສອນພາສາຈີນໃນຍຸກໃໝ່, ສິລະປະການຂຽນຕົວໜັງສືຈີນ, ງີ້ວປັກກິ່ງ, ການຂຽນຄະຕິຄູ່ ແລະຂົງເຂດອື່ນໆ.