ເທດສະການມະຫາສະໝຸດກໍາປູເຈຍຈັດຂຶ້ນຢ່າງຄຶກຄື້ນ

CRI, December 13, 2022
Size:

     ເທດສະການມະຫາສະໝຸດກໍາປູເຈຍຄັ້ງທີ 9 ໄດ້ຈັດຂຶ້ນຢູ່ທ່າກຳປັ່ນສີຫະນຸປະເທດກຳປູເຈຍລະຫວ່າງວັນທີ 10-14 ທັນວານີ້, ໂດຍໄດ້ດຶງດູດນັກທ່ອງທ່ຽວຈາກ 20 ກວ່າປະເທດເຂົ້າຮ່ວມຢ່າງຄຶກຄື້ນ.

    ຢູ່ສະຖານທີ່ຈັດງານໄດ້ຈັດກິດຈະກໍາຫຼາກຫຼາຍສີສັນ, ລວມທັງການວາງສະແດງອາຫານພື້ນເມືອງທີ່ມີເອກະລັກ, ກິດຈະກໍາແຂ່ງຂັນຂີ່ລົດຖີບ, ການສະແດງບັ້ງໄຟດອກ, ການສະແດງສິລະປະປະເພດຕ່າງໆ, ງານດົນຕີ ແລະອື່ນໆ.

     ໃນໄລຍະຈັດເທດສະການມະຫາສະໝຸດ, ຖະໜົນຫົນທາງຕ່າງໆຢູ່ທ່າກຳປັ່ນສີຫະນຸໄດ້ແອອັດໄປດ້ວຍຜູ້ຄົນ, ລົດ ແລະພໍ່ຄ້າຊາວຂາຍ, ຄຽງຄູ່ກັບການຈັດເທດສະການມະຫາສະໝຸດຄືນໃຫມ່ພາຍຫຼັງຖືກງົດຈັດມາເປັນເວລາ 2 ປີ, ເຮັດໃຫ້ທ່າກຳປັ່ນສີຫະນຸໄດ້ກັບຄືນສູ່ຄວາມຄຶກຄື້ນຄືກັບໄລຍະຜ່ານມາ.