ລົດໄຟຂົນສົ່ງສິນຄ້າສາກົນຈີນ-ລາວທີ່ຜ່ານດ່ານໄວຂະບວນທຳອິດຂອງແຂວງຫູໜານອອກຊາຍແດນຈີນຜ່ານດ່ານບໍ່ຫານ

CRI, December 13, 2022
Size:

ຕາມຂ່າວ CRI: ເວລາ 13 ໂມງ 54 ນາທີຂອງວັນທີ 8 ທັນວານີ້, ພາຍຫຼັງໄດ້ຜ່ານການກວດກາຢູ່ດ່ານທາງລົດໄຟບໍ່ຫານແລ້ວ, ລົດໄຟສາກົນຈີນ-ລາວຖ້ຽວ 21055 ໄດ້ແລ່ນໄປສູ່ປະເທດລາວ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ລົດໄຟສາກົນຈີນ-ລາວທີ່ຜ່ານດ່ານໄວຂະບວນທຳອິດຂອງແຂວງຫູໜານຈີນໄດ້ອອກຊາຍແດນຢ່າງສະດວກ. ຮູບແບບຜ່ານດ່ານໄວນີ້ ໄດ້ເຮັດໃຫ້ລົດໄຟຜ່ານດ່ານຊາຍແດນໄວກວ່າເກົ່າ, ໂດຍນ້ຳໃຊ້ຮູບແບບດັ່ງກ່າວນີ້ ຈະປະຢັດເວລາ 24 ຊົ່ວໂມງ, ເວລາການເດີນທາງຂອງລົດໄຟຈະຫຼຸດລົງ 1 ຫາ 2 ມື້, ແຕ່ລະຕູ້ຈະປະຢັດຄ່າໃຊ້ຈ່າຍ 200 ຢວນຂຶ້ນໄປ.

ລົດໄຟຂະບວນນີ້ເດີນທາງອອກຈາກທ່າທາງບົກສາກົນຮວຍຮວ້າໃນວັນທີ 5 ທັນວານີ້ ເຊິ່ງໄດ້ບັນທຸກຈັກກະສິກຳ, ໝາກກ້ຽງ, ເຄື່ອງໃຊ້ປະຈຳວັນແລະອື່ນໆຢ່າງເຕັມໆ.