ຂະບວນລົດໄຟທີ່ຂົນສົ່ງຫມາກກ້ວຍລາວເຂົ້າສູ່ປະເທດຈີນຂະບວນທຳອິດເດີນທາງມາຕາມເສັ້ນທາງລົດໄຟລາວ-ຈີນ

CRI, December 12, 2022
Size:

ວັນທີ 7 ທັນວາ 2022ນີ້, ຂະບວນລົດໄຟທີ່ຂົນສົ່ງຫມາກກ້ວຍລາວເຂົ້າສູ່ປະເທດຈີນຂະບວນທຳອິດຕາມເສັ້ນທາງລົດໄຟລາວ-ຈີນໄດ້ເດີນທາງອອກຈາກນະຄອນຫຼວງວຽງຈັນມຸ່ງຫນ້າສູ່ນະຄອນສາງຊ່າແຂວງຫູນານປະເທດຈີນ. 

ລົດໄຟຂະບວນດັ່ງກ່າວໄດ້ບັນທຸກຕູ້ຄອນເທັນເນີແຊ່ເຢັນ 25 ຕູ້, ໂດຍບັນທຸກ ໝາກກ້ວຍສົດຂອງລາວ 500 ໂຕນ, ແມ່ນຂະບວນລົດໄຟຂົນສົ່ງຜະລິດຕະພັນກະສິກຳຂະບວນທຳອິດນັບແຕ່ແຂວງຫູນານຈີນ ແລະ ປະເທດລາວຮ່ວມກັນສ້າງໂຄງການ “ໜຶ່ງເສັ້ນທາງ ສອງເຂດນິຄົມ” ເປັນຕົ້ນມາ.

ໃນເດືອນສິງຫາປີ 2022, ອົງການປົກຄອງແຂວງຫູນານຈີນ ຮ່ວມກັບ ກະຊວງກະສິກຳ ແລະປ່າໄມ້ລາວໄດ້ເຊັນບົດບັນທຶກການຮ່ວມມືໂຄງການ “ໜຶ່ງເສັ້ນທາງສອງເຂດນິຄົມ”, ໂດຍສອງຝ່າຍຖືເອົາເສັ້ນທາງລົດໄຟຈີນ-ລາວເປັນທາງຜ່ານ, ຮ່ວມກັນສ້າງເຂດນິຄົມອຸດສາຫະກຳກະສິກຳທີ່ທັນສະໄໝຂອງນະຄອນຫຼວງວຽງຈັນ ແລະເຂດນິຄົມອຸດສາຫະກຳທີ່ກ່ຽວຂ້ອງຂອງແຂວງຫູນານໃຫ້ດີ, ເພີ່ມທະວີການຮ່ວມມືດ້ານກະສິກຳ ແລະ ການໄປມາຫາສູ່ກັນດ້ານເສດຖະກິດການຄ້າຢ່າງຮອບດ້ານ, ພະຍາຍາມບັນລຸເປົ້າໝາຍທີ່ການນຳເຂົ້າ ແລະ ສົ່ງອອກຜະລິດຕະພັນກະສິກຳລະຫວ່າງປະເທດລາວ ແລະ ແຂວງຫູນານຈີນໃຫ້ໄດ້ຫຼາຍກວ່າ 1 ລ້ານໂຕນຕໍ່ປີພາຍໃນໄລຍະອາຍຸສັນຍາ.