ກິດຈະກໍາຕັ້ງຄ້າຍ ພາຍໃຕ້ຫົວຂໍ້ “ການສ້າງສັນມຸມມອງທໍາມະຊາດຂອງເດັກນ້ອຍ LM” ໄດ້ຈັດຂຶ້ນທີ່ ໜານນິງ

lmcchina.org, December 10, 2022
Size:

ວັນທີ 30 ພະຈິກ 2022, ຢູ່ທີ່ນະຄອນໜານນິງ, ກິດຈະກໍາຕັ້ງຄ້າຍແລກປ່ຽນ ພາຍໃຕ້ຫົວຂໍ້ “ການສ້າງສັນໃນມຸມມອງທໍາມະຊາດ ຂອງເດັກນ້ອຍ ຂອງບັນດາປະເທດລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ(LM)” ປະຈໍາປີ 2022 ໄດ້ຈັດຂຶ້ນໂດຍສູນກາງສະຫະພັນແມ່ຍິງທົ່ວປະເທດຈີນ ແລະຮັບຜິດຊອບການຈັດຕັ້ງປະຕິບັດໂດຍສູນເດັກນ້ອຍຈີນ. ທ່ານ ນາງ ເວີຍຢູ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ທ່ານ ນາງ ຫຼຽງ ຊຸນຮວ່າ ຮອງປະທານສະຫະພັນແມ່ຍິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ທ່ານ ນາງ ຢູຕົ່ງຢູນ ຫົວໜ້າສູນແລກປ່ຽນຕໍ່ພາຍນອກ ທັງເປັນສະມາຊິກຄະນະພັກສູນເດັກນ້ອຍຈີນ, ທ່ານ ວັນໄຊ ລາມະນີພອນ ຮອງຫົວໜ້າກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາໜານນິງ, ທ່ານ ວາສິນ ດາມາວາສີ ຮອງຫົວໜ້າກົງສູນໃຫຍ່ ແຫ່ງ ລາດຊະອານາຈັກໄທ ປະຈໍາໜານນິງ ກໍໄດ້ເຂົ້າຮ່ວມພິທີດັ່ງກ່າວ. ກິດຈະກໍາຄັ້ງນີ້ ໄດ້ມີນາຍຄູແລະ ນັກຮຽນເຂົ້າຮ່ວມທັງ ໝົດ 200 ກວ່າຄົນ ທີ່ມາຈາກ 5 ຕົວເມືອງຂອງ ສປ ຈີນ ເປັນຕົ້ນໜານນິງ, ປັກກິ່ງ, ຊີອ່ານ, ເຊີ່ນເຈີ້ນ, ຄຸນໝິງ ແລະ ມາຈາກ 9 ໂຮງຮຽນທີ່ຮ່ວມມືກັນ ຈາກປະເທດໄທ, ສປປ ລາວ, ຊຶ່ງໄດ້ເຂົ້າຮ່ວມຜ່ານລະບົບອອນລາຍ ແລະ ອອບລາຍ ເປັນໄລຍະເວລາ 4 ວັນ.


ໃນພິທີເປີດຄ້າຍແລກປ່ຽນ, ທ່ານ ນາງ ຢູຕົ່ງຢູນ ໄດ້ກ່າວວ່າ, ເຍົາວະຊົນ ແມ່ນອະນາຄົດ ແລະ ຄວາມຫວັງຂອງໂລກ. ມື້ນີ້, ມີທັງນາຍຄູແລະ ນັກຮຽນ ທີ່ເປັນຕົວແທນ ຈາກ ສປ ຈີນ, ລາວ, ໄທ  ຕ່າງກໍໄດ້ມາລວມຕົວກັນ ເພື່ອເຂົ້າຮ່ວມກິດຈະກໍາ ດ້ວຍຮູບແບບອອນລາຍ ແລະ ອອບລາຍທີ່ນະຄອນໜານນິງ, ພ້ອມກັນມາຕາມນັດໝາຍຂອງ LM . ທຸກທ່ານ ໄດ້ຖືເອົາຫົວຂໍ້ “ການພັດທະນາທີ່ຮັບປະກັນຄວາມຍືນຍົງຂອງສິ່ງແວດລ້ອມ”, ແລກປ່ຽນຖອດຖອນບົດຮຽນຜົນສໍາເລັດ, ແບ່ງປັນປະສົບການແລະສິ່ງທີ່ໄດ້ຮັບນໍາກັນ, ຫວັງວ່າ  ແນວພັນ “ LM  ກໍເປັນຄືຄອບຄົວດຽວກັນ” ນັ້ນ ຍ່ອມຈະຖືກປູກຝັງຢູ່ໃນຈິດໃຈຂອງເດັກນ້ອຍທັງຫຼາຍ, ຊຶ່ງຈະເກິດດອກອອກຜົນໃນຕໍ່ໜ້າຢ່າງແນ່ນອນ!

ທ່ານ ສຽນ ຈ່າວຮຸ່ຍ ຫົວໜ້າຫ້ອງການ, ທັງເປັນນັກຄົ້ນຄວ້າລະດັບສູງ ຂອງສູນການຮ່ວມມືດ້ານສິ່ງແວດລ້ອມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ,  ຜູ້ຮັບຜິດຊອບຄຸມການຮຽນ-ການສອນຂອງຄະນະກໍາມະທິການການສຶກສາຂັ້ນພື້ນຖານ ປະຈໍາເຂດໜຶ່ງ ຂອງ ບາງກອກ ປະເທດໄທ ແລະ ທ່ານອື່ນຕ່າງກໍໄດ້ມີຄໍາເຫັນ, ພ້ອມທັງໄດ້ນໍາສະເໜີສະພາບຄວາມຄືບໜ້າໃນໄລຍະສໍາຄັນຂອງການຮ່ວມມືທາງດ້ານສິ່ງແວດລ້ອມຂອງ LM, ພ້ອມດຽວກັນນັ້ນ ກໍໄດ້ຮຽກຮ້ອງໃຫ້ເດັກນ້ອຍຊາວໜຸ່ມເຍົາວະຊົນຂອງບັນດາປະເທດ LM ຖືເອົາກິດຈະກໍາ “ການສ້າງສັນໃນມຸມມອງທໍາມະຊາດ ຂອງເດັກນ້ອຍ LM” ເປັນການເປີດໂອກາດເພື່ອສ້າງຄວາມເຂົ້າໃຈ ຕໍ່ບັນຫາສິ່ງແວດລ້ອມ, ເພີ່ມທະວີໄມຕີຈິດມິດຕະພາບອັນດີຕໍ່ກັນ, ເອົາໃຈໃສ່ຕິດຕາມບັນຫາສິ່ງແວດລ້ອມຮ່ວມກັນ, ພ້ອມກັນປົກປັກຮັກສາຄວາມສະອາດ ແລະ ຄວາມສວຍສົດງົດງາມຂອງສາຍນໍ້າ.

ຕາມການລາຍງານ, ກິດຈະກໍາ“ການສ້າງສັນໃນມຸມມອງທໍາມະຊາດ ຂອງເດັກນ້ອຍ LM ”  ປະຈໍາປີ  2022 ແມ່ນໄດ້ເລີ່ມຈັດຂຶ້ນນັບແຕ່ເດືອນ ກັນຍາ ເປັນຕົ້ນມາ, ຊຶ່ງໄດ້ຮັບການຕອບຮັບຢ່າງຕັ້ງໜ້າຈາກ ໂຮງຮຽນຫຼາຍແຫ່ງຈາກບັນດາປະເທດ LM. ກິດຈະກໍາດັ່ງກ່າວແມ່ນໄດ້ດໍາເນີນໄປດ້ວຍຮູບການຕ່າງໆ ເຊັ່ນ ສ້າງໂຮງຮຽນຈັບມືກັນ, ດໍາເນີນການຝຶກອົບຮົມໃຫ້ກັບນາຍຄູແລະເປີດການແບ່ງປັນດ້ານຄວາມຮູ້, ເກັບກໍາຜົນງານການປະດິດສ້າງດ້ານສິລະປະຕາມທັດສະນະຂອງເດັກນ້ອຍ, ແນວຄິດສ້າງສັນໃນມູມທີ່ເປັນທໍາມະຊາດ ແລະ ຮູບການ ອື່ນໆ ຊຶ່ງໄດ້ກະຕຸກຊຸກຍູ້ການຮ່ວມມື LM ສີຂຽວ ໄດ້ຮັບການພັດທະນາດ້ວຍການກະທໍາຕົວຈິງ.