ກອງປະຊຸມຜູ້ຊ່ຽວຊານ ກ່ຽວກັບການປຶກສາຫາລືຕໍ່ການພັດທະນາຢາພື້ນເມືອງແບບຍືນຍົງໃນບັນດາປະເທດ LM

lmcchina.org, December 10, 2022
Size:

ໃນວັນທີ 1 ທັນວາ, ກອງປະຊຸມຍ່ອຍຂອງກອງປະຊຸມວິທະຍາສາດ ເທີງຊົ່ງ 2022,  ກໍຄືກອງປະຊຸມແລກປ່ຽນວັດທະນະທໍາແລະເຕັກນິກວິທະຍາສາດລະຫວ່າງບັນດາປະເທດລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ(LM)”ໄດ້ຈັດຂຶ້ນທີ່ເມືອງເທີງຊົ່ງແຂວງຢູນນານດ້ວຍຮູບແບບການເຂົ້າຮ່ວມທາງອອນລາຍ ແລະອອບລາຍ ໂດຍມີນັກວິຊາການ ນັກຄົ້ນຄວ້າ ຊ່ຽວຊານຢາພື້ນເມືອງທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມ. ກອງປະຊຸມດັ່ງກ່າວນີ້ແມ່ນໄດ້ມີການປຶກສາຫາລືກັນກ່ຽວກັບການພັດທະນາແບບຍືນຍົງ ແລະການແລກປ່ຽນບົດຮຽນກັບສາກົນ ຂອງຢາແຜນບູຮານຂອງບັນດາປະເທດ LM ໂດຍປິ່ນອ້ອມຫົວຂໍ້ ຢາຈາກແຫຼ່ງດຽວກັນ ພ້ອມພາກັນສ້າງສຸຂະພາບທີ່ດີ ໃນບັນດາປະເທດ LM ”.

ໃນທີ່ປະຊຸມ, ທ່ານ ນາງ ຈູ່ຈ້າວຢຸນ ຜູ້ຊົງຄຸນວຸດທິຂອງສະພາວິສາວະກໍາສາດຈີນ, ທ່ານ ຫຼິວປາວຢຽນ ປະທານສະຫະພັນສະພາການປິ່ນປົວຮັກສາດ້ວຍການຝັງເຂັມໂລກ, ທ່ານ ທອງສະຫວັດ ສັງຄົມດາລາ ຮອງຫົວໜ້າສະຖາບັນຄົ້ນຄວ້າຢາພື້ນເມືອງລາວກໍໄດ້ຂຶ້ນຜ່ານບົດລາຍງານຕໍ່ທີ່ປະຊຸມ. ນັກຊ່ຽວຊານພ້ອມດ້ວຍນັກຄົ້ນຄວ້າຕ່າງກໍມີຄໍາເຫັນວ່າ ການແພດພື້ນເມືອງຈີນ ແມ່ນ ຄວາມສໍາເລັດທີ່ເປັນຫົວຄິດປະຕິດສ້າງອັນຍິ່ງໃຫຍ່ຂອງຊົນຊາດຈີນ ແລະ ເປັນຊັບສົມບັດວິທະຍາສາດອັນ ລໍ້າຄ່າຂອງຈີນບູຮານ, ການແພດພື້ນເມືອງຈີນ ເປັນສ່ວນປະກອບອັນສໍາຄັນຂອງການແລກປ່ຽນດ້ານວັດທະນະທໍາລະຫວ່າງ ຈີນກັບສາກົນ, ພ້ອມທັງເປັນສາຍຕິດຕໍ່ພິເສດຂອງການປະສົມປະສານກັນລະຫວ່າງ ອະລິຍະທໍາຈີນ ແລະອະລິຍະທໍາໂລກ. ບັນດາປະເທດ LM ຕ້ອງໄດ້ໝູນໃຊ້ເງື່ອນໄຂທາງດ້ານລະບົບນິເວດວິທະຍາຢ່າງເຕັມຮູບແບບ, ໂດຍຖືສໍາຄັນໃນວຽກງານທີ່ຖືເອົາເຕັກນິກວິທະ ຍາສາດເປັນເສົາຄໍ້າ, ຕ້ອງໄດ້ປະສົມປະສານລະຫວ່າງ ການສ້າງຄວາມສີວິໄລດ້ານນິເວດວິທະຍາ ແລະ ການພັດທະນາຢຸກຢາແບບທໍາມະຊາດ ໃຫ້ເຂົ້າກັນຢ່າງສະໜິດແໜ້ນ ເພື່ອເຮັດໃຫ້ມະນຸດ ແລະ ທໍາມະຊາດຢູ່ຮ່ວມກັນໄດ້ແບບຍືນຍົງ. ພ້ອມດຽວກັນນັ້ນ, ຕ້ອງໄດ້ເພີ່ມທະວີໃນການຮັກສາທຸກຜົນງານຂອງການແລກປ່ຽນບົດຮຽນຢາພື້ນເມືອງບູຮານໃນປະເທດ LM, ເພີ່ມທະວີການແລກ ປ່ຽນຮ່ວມມືດ້ານເຕັກນິກວິຊາການແພດພື້ນເມືອງບູຮານໃນຫຼາຍລະດັບ ແລະ ເລິກເຊິ່ງຂຶ້ນຕື່ມ, ປັບ ປຸງກົນໄກການແລກປ່ຽນຕໍາລາຢາພື້ນເມືອງ, ຊຸກຍູ້ສົ່ງເສີມການພັດທະນາແບບຍືນຍົງຂອງວິທະຍາການແພດຢາພື້ນເມືອງຂອງບັນດາປະເທດ LM, ເສີມຂະຫຍາຍບົດບາດຄວາມສໍາຄັນອັນຕັ້ງໜ້າຂອງຢາພື້ນເມືອງຕໍ່ກັບສຸຂະພາບທີ່ດີຂອງມະນຸດ.