ຈີນຍິນດີຮ່ວມກັບຝ່າຍຕ່າງໆ ເພື່ອຊຸກຍູ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເຊື່ອມຈອດກັບຍຸດທະສາດການພັດທະນາ ແລະ ຂໍ້ລິເລີ່ມການຮ່ວມມືພາກພື້ນຂອງປະເທດຕ່າງໆໃຫ້ດີກວ່າເກົ່າ

CRI, December 8, 2022
Size:

ວັນທີ 3 ທັນວາ 2022, ລັດຖະບານແຫ່ງ ສປປ ລາວໄດ້ຈັດພິທີສະຫຼຸບຜົນງານ 1 ປີການບໍລິການຂອງທາງລົດໄຟລາວ-ຈີນຢູ່ນະຄອນຫຼວງວຽງຈັນ. ທ່ານ ສອນໄຊ ສີພັນດອນ ກຳມະການສູນກາງພັກປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວກ່າວໃນກອງປະຊຸມວ່າ: ທາງລົດໄຟລາວ-ຈີນເປີດນຳໃຊ້ຢ່າງເປັນທາງການ ໄດ້ປ່ຽນແປງສະພາບການຄົມມະນາຄົມແລະຂົນສົ່ງຂອງປະເທດລາວຢ່າງເລິກເຊິ່ງ, ໄດ້ບັນລຸຄວາມມຸ່ງຫວັງຂອງປະເທດລາວຈາກ “ປະເທດທີ່ບໍ່ມີທາງອອກສູ່ທະເລ” ຫັນເປັນ “ປະເທດທີ່ເຊື່ອມໂຍງເຊື່ອມຈອດ”, ໄດ້ເປີດໜ້າປະຫວັດສາດໃໝ່ດ້ານການຂົນສົ່ງທາງລົດໄຟຂອງປະເທດລາວ, ເຮັດໃຫ້ປະເທດລາວກ້າວຂຶ້ນກາຍເປັນສູນກາງການຄົມມະນາຄົມແລະຂົນສົ່ງທີ່ສຳຄັນຂອງແຫຼມອາຊີຕາເວັນອອກສຽງໃຕ້.

ໃນຖານະເປັນໂຄງການຫຼັກທີ່ເຊື່ອມຈອດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລຫັນເປັນປະເທດເຊື່ອມໂຍງເຊື່ອມຈອດ”, ທາງລົດໄຟລາວ-ຈີນ ແມ່ນຂີດໝາຍທີ່ສຳຄັນຂອງການກໍ່ສ້າງພື້ນຖານໂຄງລ່າງທີ່ທັນສະໄໝຂອງປະເທດລາວ. ມາຮອດວັນທີ 3 ທັນວານີ້, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານ 8,5 ລ້ານເທື່ອຄົນ, ຂົນສົ່ງສິນຄ້າ 11,2 ລ້ານໂຕນ, ໄດ້ເສີມຂະຫຍາຍບົດບາດທີ່ເປັນຊ່ອງທາງຄຳຢ່າງຈະແຈ້ງ, ໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນ ແລະ ເວທີການຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຫຼາຍ.

ສິ່ງກໍ່ສ້າງພື້ນຖານໂຄງລ່າງແມ່ນພື້ນຖານດ້ານການເຊື່ອມໂຍງເຊື່ອມຈອດກັນ, ແມ່ນຂົງເຂດບຸລິມະສິດດ້ານການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງຝ່າຍຕ່າງໆ, ໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບການປະຕິບັດຕົວຈິງຢ່າງມີລະບຽບແບບແຜນ, ແລະ ໄດ້ຮັບໝາກຜົນເລື້ອຍໆ.

ຕອນຄ່ຳວັນທີ 16 ພະຈິກແລ້ວນີ້, ຢູ່ສະຖານທີ່ຫຼັກຂອງກອງປະຊຸມສຸດຍອດ G20 ທີ່ຈັດຂຶ້ນຢູ່ເກາະບາຫຼີ ປະເທດອິນໂດເນເຊຍ, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ໄດ້ຮ່ວມກັນປະກາດການເລີ່ມແລ່ນທົດລອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຂອງອິນໂດເນເຊຍ, ດັດຊະນີຊີ້ວັດຕ່າງໆຂອງການທົດລອງແລ່ນມີຜົນດີສົມຄວນ, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ການທົດລອງແລ່ນລົດຄັ້ງທຳອິດຂອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ເຊິ່ງເປັນທາງລົດໄຟຄວາມໄວສູງສາຍທຳອິດຂອງອາຊີຕາເວັນອອກສຽງໃຕ້ທີ່ຈີນ ແລະ ອິນໂດເນເຊຍຮ່ວມມືກັນກໍ່ສ້າງນັ້ນ ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ໃນໄລຍະມໍ່ໆມານີ້, ໂຄງການອຸໂມງໃຕ້ແມ່ນ້ຳຄານະພຸລີ (Karnaphuli) ຂອງບັງກະລາເດັດທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງນັ້ນໄດ້ຈັດພິທີສ້າງສຳເລັດອຸໂມງສາຍໃຕ້, ການສ້າງສຳເລັດອຸໂມງສາຍໃຕ້ຂອງໂຄງການດັ່ງກ່າວ ແມ່ນໝາກຜົນສຳຄັນອີກຢ່າງໜຶ່ງໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງປະເທດຈີນ ແລະ ປະເທດອ້ອມຂ້າງ, ມີຄວາມໝາຍສຳຄັນຕໍ່ການປັບປຸງຄົມມະນາຄົມຂອງທ້ອງຖິ່ນ ກໍຄືເຄືອຂ່າຍທາງຫຼວງອາຊີໃຫ້ດີຂຶ້ນ ແລະ ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນລະຫວ່າງບັງກະລາເດັດກັບປະເທດອ້ອມຂ້າງ.

ນອກນີ້, ຂົວເປວເຈຊາສ (peljesac) ຂອງປະເທດໂກຣອີເຕຍ ທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງນັ້ນໄດ້ເປີດນຳໃຊ້ເມື່ອເດືອນກໍລະກົດປີນີ້. ມາຮອດປັດຈຸບັນ, ມີລົດຫຼາຍກວ່າ 1 ລ້ານຄັນແລ່ນຜ່ານຂົວດັ່ງກ່າວຢ່າງປອດໄພ, ສະພາບການໃຊ້ງານຂອງຂົວແຫ່ງນີ້ແມ່ນດີຫຼາຍ, ໄດ້ກາຍເປັນຂົວແຫ່ງການຮ່ວມມື, ຂົວແຫ່ງການພັດທະນາ ແລະ ຂົວແຫ່ງມິດຕະພາບ ລະຫວ່າງຈີນກັບໂກຣອີເຕຍ ຢ່າງແທ້ຈິງ.

ກໍຄືດັ່ງຄວາມເວົ້າຂອງທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນທີ່ກ່າວວ່າ: ໃນອະນາຄົດ, ປະເທດຈີນຍິນດີຮ່ວມກັບຝ່າຍຕ່າງໆ, ຊຸກຍູ້ການສ້າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເຊື່ອມຈອດກັບຍຸດທະສາດການພັດທະນາປະເທດຕ່າງໆ ແລະ ຂໍ້ລິເລີ່ມການຮ່ວມມືພາກພື້ນໃຫ້ດີກວ່າເກົ່າ, ຮ່ວມກັນຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ, ສຸມກຳລັງເພື່ອບັນລຸການເຊື່ອມໂຍງເຊື່ອມຈອດກັນທີ່ມີຂອບເຂດກວ້າງຂວາງກວ່າເກົ່າ ແລະ ສະດວກສະບາຍກວ່າເກົ່າ, ບັນລຸການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງປະເທດຕ່າງໆ.