ເຜີຍແຜ່ “ຖະແຫຼງການຮ່ວມວ່າດ້ວຍການສືບຕໍ່ສ້າງຄູ່ຮ່ວມຊະຕາກຳລາວ-ຈີນໃຫ້ເຂົ້າສູ່ລວງເລິກ”

CRI, December 7, 2022
Size:

ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໄດ້ຢ້ຽມຢາມສປຈີນທາງລັດຖະກິດແຕ່ວັນທີ 29 ພະຈິກ ຫາ 1 ທັນວາປີ 2022.

ໃນໄລຍະການຢ້ຽມຢາມ, ສອງຝ່າຍໄດ້ເຜີຍແຜ່“ຖະແຫຼງການຮ່ວມວ່າດ້ວຍການສືບຕໍ່ສ້າງຄູ່ຮ່ວມຊະຕາກຳລາວ-ຈີນໃຫ້ເຂົ້າສູ່ລວງເລິກ”. ສອງຝ່າຍເປັນເອະພາບກັນເຫັນດີວ່າ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳລາວ-ຈີນທີ່ໄດ້ລົງນາມຮ່ວມກັນໃນປີ 2019ໄດ້ມີປະສິດທິຜົນຍິ່ງຂຶ້ນ ແລະ ການກະກຽມລົງນາມແຜນແມ່ບົດສະບັບໃໝ່, ສອງຝ່າຍຈະເອົາໃຈໃສ່ລົງເລິກເສີມຂະຫຍາຍການຮ່ວມມືໃນຂົງເຂດການເມືອງ-ຄວາມໝັ້ນຄົງ, ການຮ່ວມມືຕົວຈິງ, ວັດທະນະທຳ, ອະນຸລັກສິ່ງແວດລ້ອມ ແລະອື່ນໆ.

ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ຜົນສຳເລັດຂອງການຢ້ຽມຢາມຈີນຂອງທ່ານທ່ອງລຸນ ສີສຸລິດໃນຄັ້ງນີ້, ເປັນເອກະພາບກັນເຫັນວ່າ: ການຢ້ຽມຢາມຄັ້ງນີ້ມີຄວາມໝາຍຄວາມສຳຄັນຍິ່ງຕໍ່ການຊຸກຍູ້ເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລາວ-ຈີນ ແລະ ການລົງເລິກສ້າງເປັນຄູ່ຮ່ວມຊະຕາກຳລາວ-ຈີນ.