ທ່ານ ພົນເອກ ຈັນສະໝອນ ຈັນຍາລາດໄວ້ອາໄລອະດີດການນໍາສູງສຸດຂອງຈີນ

CRI, December 6, 2022
Size:

ຕອນເຊົ້າວັນທີ 3 ທັນວາ 2022 ທີ່ສະຖານທູດ ສປ ຈີນປະຈໍາ ສປປ ລາວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດທະມົນຕີ, ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະນໍາກະຊວງປ້ອງກັນປະເທດ ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະກົ້ມຫົວໄວ້ອາໄລ ທ່ານ ຈຽງເຈີມິງ ອະດີດປະທານປະເທດແຫ່ງ ສປ ຈີນ ອະດີດປະທານຄະນະກໍາມະການທະຫານສູນກາງກອງທັບປົດປ່ອຍປະຊາຊົນຈີນ ທີ່ເຖິງແກ່ມໍລະນະກໍາດ້ວຍໃນວັນທີ 30 ຜະຈິກທີ່ຜ່ານມາດ້ວຍໂລກສະລາ.