ເວທີສົນທະນາການຮ່ວມມືລະຫວ່າງແຂວງເສສວນ-ນະຄອນຊົງຊິ້ງ ກັບບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງ ປະຈໍາປີ 2022 ໄດ້ໄຂຂຶ້ນຢ່າງສຳເລັດຜົນ

lmcchina.org, December 3, 2022
Size:

ວັນທີ 24 ພະຈິກ, ເວທີສົນທະນາການຮ່ວມມືລະຫວ່າງແຂວງເສສວນ-ນະຄອນຊົງຊິ້ງ ກັບບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງ ປະຈໍາປີ 2022 ໄດ້ຈັດຂຶ້ນທີ່ເມືອງຢີປິ່ງ ແຂວງເສສວນ ພາຍໃຕ້ຫົວຂໍ້ “ດື່ມນໍ້າແມ່ນໍ້າສາຍດຽວກັນ·ຕ່າງຝ່າຍຕ່າງຮັບຜົນປະໂຫຍດໃນຍຸກສະໄໝໃໝ່” , ກອງປະຊຸມຄັ້ງນີ້ ມີ ທ່ານ ຫວັງຟູຄັ່ງ (Wang Fukang), ເອກອັກຄະລັດຖະທູດ ກົມອາຊີ ກະຊວງການຕ່າງປະເທດ ສປ ຈີນ, ທ່ານ ນາງ ວໍລະມອນ ຊິນສຸວັນ ຮັກສາການແທນກົງສຸນໃຫຍ່ ລາຊະອານາຈັກໄທປະຈຳນະຄອນເສີງຕູ ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີ.

ທ່ານ ຫວັງຟູຄັ່ງ ໄດ້ກ່າວວ່າ: 6 ປະເທດທີ່ຢູ່ລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ (LM)  ດື່ມນໍ້າແມ່ນໍ້າສາຍດຽວກັນ ແລະ ຮັກແພງກັນປຽບເໝືອນຄອບຄົວອັນດຽວກັນ. ການຮ່ວມມື LM ໄດ້ຂະຫຍາຍຕົວຢ່າງວ່ອງໄວ ແລະ ໄດ້ສ້າງໝາກຜົນອັນພົ້ນເດັ່ນ ເຊິ່ງໄດ້ສ້າງ “ແບບຢ່າງສີຄຳ” ແຫ່ງການຮ່ວມມືໃນພາກພື້ນຢ່າງສຳເລັດຜົນ. ແຂວງເສສວນ ແລະ ນະຄອນຊົງຊິ້ງ ແມ່ນເຂດການປົກຄອງຂັ້ນແຂວງທີ່ສຳຄັນຢູ່ພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ, ເປັນພື້ນທີ່ໃກ້ຄຽງແລະ ມີການພົວພັນທີ່ສະໜິດແໜ້ນກັບບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງ ເຊິ່ງສອງຝ່າຍມີພື້ນຖານການຮ່ວມມືທີ່ດີ ແລະ ມີທ່າແຮງທາງດ້ານທີ່ຕັ້ງພູມສາດ. ຫວັງວ່າ ທຸກຝ່າຍຈະດຳເນີນການແລກປ່ຽນຢ່າງກວ້າງຂວາງ, ສຸມໃສ່ການພັດທະນາ, ສຸມໃສ່ການຮ່ວມມື ເພື່ອຕັ້ງໜ້າປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງແຖບການພັດທະນາເສດຖະກິດຢູ່ລ້ອງ LM ແລະ ສ້າງປະຊາຄົມຮ່ວມຊະຕາກຳຂອງປະເທດ LM ໃຫ້ແໜ້ນເຟັ້ນຍິ່ງຂຶ້ນ. 

ທ່ານ ນາງ ວໍລະມອນ ຊິນສຸວັນ ກ່າວວ່າ: ປະເທດໄທສະໜັບສະໜູນການສ້າງກົນໄກການຮ່ວມມື LM ໃຫ້ເປັນກົນໄກທີ່ມີການເຂົ້າຮ່ວມຂອງບັນດາປະເທດຢູ່ອະນຸພາກພື້ນແມ່ນ້ຳຂອງໃນການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” , ປະເທດໄທຍິນດີພັດທະນາ ແລະ ບັນລຸຄວາມກ້າວໜ້າໄປພ້ອມກັບປະເທດຈີນ, ຮ່ວມມືກັນຮັບມືກັບສິ່ງທ້າທາຍຂອງທົ່ວໂລກ ທັງຫວັງວ່າ ຈະຮ່ວມກັບແຂວງເສສວນໝູນໃຊ້ເວທີສົນທະນາຄັ້ງນີ້ເພື່ອແລກປ່ຽນຂໍ້ມູນ ແລະ ແບ່ງປັນບົດຮຽນເຊິ່ງກັນແລະກັນ ເພື່ອຊຸກຍູ້ການພັດທະນາແບບຍືນຍົງດ້ານເສດຖະກິດ ໃນອະນຸພາກພື້ນແມ່ນໍ້າຂອງ.

ໃນເວທີສົນທະນາຄັ້ງນີ້, ຍັງໄດ້ຈັດງານວາງສະແດງໝາກຜົນແຫ່ງການແລກປ່ຽນ ແລະ ການຮ່ວມມືລະຫວ່າງແຂວງເສສວນ-ນະຄອນຊົງຊິ້ງ ກັບບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງ ເຊິ່ງໄດ້ສະແດງໃຫ້ເຫັນເຖິງໝາກຜົນການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ: ດ້ານກະສິກຳ, ການສຶກສາ, ເສດຖະກິດ-ການຄ້າ, ການເຊື່ອມໂຍງເຊື່ອມຈອດ, ເຕັກນິກຂໍ້ມູນຂ່າວສານ ແລະ ການສ້າງເມືອງແຮກສ່ຽວ ເປັນຕົ້ນ.