ການຢ້ຽມຢາມ ສປ ຈີນຄັ້ງນີ້ຂອງທ່ານທອງລຸນ ສີສຸລິດມີຄວາມໝາຍສຳຄັນຄັ້ງປະຫວັດສາດ

CRI, December 2, 2022
Size:

ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງມາຢ້ຽມຢາມ ສປ ຈີນທາງລັດຖະກິດ ລະຫວ່າງວັນທີ 29 ພະຈິກຫາວັນທີ 1 ທັນວາ 2022. ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CMG, ທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນກ່າວວ່າ: ທ່ານທອງລຸນ ສີສຸລິດ ໄດ້ເດີນທາງມາຢ້ຽມຢາມ ສປ ຈີນ ໃນຖານະເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດແຫ່ງ ສປປ ລາວ ເປັນຄັ້ງທຳອິດ, ແມ່ນຜູ້ນຳຈີນ ແລະ ລາວພົບປະກັນແບບເຊິ່ງໜ້າເປັນຄັ້ງທຳອິດ ພາຍຫຼັງເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງມີຄວາມໝາຍສຳຄັນຄັ້ງປະຫວັດສາດ. ສອງຝ່າຍຈະປະສົບຜົນສຳເລັດສຳຄັນຕ່າງໆໃນການແລກປ່ຽນແລະຮ່ວມມືກັນລະຫວ່າງສອງພັກ, ເສດຖະກິດການຄ້າ, ວິທະຍາສາດເຕັກໂນໂລຊີ, ການສຶກສາ, ວັດທະນະທຳ ແລະ ຂົງເຂດອືື່ນໆ.