ທ່ານສີຈິ້ນຜິງ ພົບປະເຈລະຈາກັບທ່ານທອງລຸນ ສີສຸລິດ

CRI, December 1, 2022
Size:


ວັນທີ 30 ພະຈິກ 2022 ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນໄດ້ພົບປະເຈລະຈາກັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ. ສອງຝ່າຍເນັ້ນໜັກວ່າ: ຄວນຍຶດໝັ້ນທິດທາງ “ໝັ້ນຄົງຍາວນານ, ຮັກແພງກັນຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ຮ່ວມມືຢ່າງຮອບດ້ານ”ແລະ ຈິດໃຈ 4 ດີ ຄື “ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ເຄົາລົບນັບຖືເຊິ່ງກັນແລະກັນ ແລະ ໄວ້ເນື້ອເຊື່ອໃຈກັນໃນດ້ານການເມືອງ; ສ້າງຜົນປະໂຫຍດໃຫ້ກັນແລະກັນທາງດ້ານເສດຖະກິດ, ໃກ້ຊິດກັນໃນດ້ານວັດທະນະທຳ, ລົງເລິກການສ້າງຄູ່ຮ່ວມຊາຕາກຳຈີນ-ລາວຢ່າງບໍ່ຢຸດຢັ້ງ, ພະຍາຍາມຢ່າງຕັ້ງໜ້າ ແລະ ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.


ທ່ານສີຈິ້ນຜິງກ່າວວ່າ, ແຕ່ປີ 2021 ເປັນຕົ້ນມາ, ຂ້າພະເຈົ້າ ແລະ ສະຫາຍເລຂາທິການໃຫຍ່ທອງລຸນ ສີສຸລິດໄດ້ຮັກສາການແລກປ່ຽນຢ່າງໃກ້ຊິດດ້ວຍຫຼາຍຮູບການ, ໄດ້ບັນລຸຄວາມເຫັນເປັນເອກະພາບກັນອັນສຳຄັນຢ່າງຫຼວງຫຼາຍກ່ຽວກັບການເສີມຂະຫຍາຍສາຍພົວພັນຈີນ-ລາວ ແລະ ສ້າງຄູ່ຮ່ວມຊາຕາກຳ. ຂ້າພະເຈົ້າຍິນດີຮ່ວມກັບສະຫາຍເລຂາທິການໃຫຍ່ທອງລຸນ ສີສຸລິດ, ນຳພາການສ້າງຄູ່ຮ່ວມຊາຕາກຳຈີນ-ລາວກ້າວສູ່ລວງເລິກຢ່າງໜັກແໜ້ນ, ກ້າວເດີນໄປໄກຢ່າງໝັ້ນທ່ຽງ, ສ້າງຄວາມສຸກໃຫ້ກັບປະຊາຊົນສອງຊາດໄດ້ດີກວ່າເກົ່າ, ຊຸກຍູ້ສັນຕິພາບ ສະຖຽນລະພາບ ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນນີ້.


ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ, ນັບແຕ່ໄດ້ລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ-ລາວເມື່ອເດືອນເມສາປີ 2019 ເປັນຕົ້ນມາ, ສອງຝ່າຍຈີນ ແລະ ລາວໄດ້ຮ່ວມແຮງຮ່ວມໃຈກັນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ໄດ້ຮັບໝາກຜົນຢ່າງອຸດົມສົມບູນ, ໂດຍສະເພາະແມ່ນໄດ້ສ້າງເສັ້ນທາງລົດໄຟຈີນ-ລາວໃຫ້ເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມສຸກ ແລະ ເສັ້ນທາງແຫ່ງມິດຕະພາບຂອງປະຊາຊົນສອງຊາດຈີນ-ລາວ, ບໍ່ພຽງແຕ່ໄດ້ນຳເອົາຄວາມຜາສຸກອັນໃຫຍ່ຫຼວງມາໃຫ້ກັບປະຊາຊົນສອງຊາດເທົ່ານັ້ນ, ຍັງໄດ້ເປັນແບບຢ່າງທີ່ດີໃຫ້ແກ່ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.ພາຍໃຕ້ສະພາບການໃໝ່, ສອງຝ່າຍຄວນກຳແໜ້ນທິດທາງອັນຖືກຕ້ອງຂອງສາຍພົວພັນສອງປະເທດ, ຮັບປະກັນໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວບໍ່ໄປໃນທາງທີ່ຜິດພາດແລະ ຈະບໍ່ຜ່ອນຄວາມໄວລົງ; ປັບປຸງພື້ນຖານແຫ່ງຄວາມໝັ້ນຄົງໃຫ້ໜັກແໜ້ນຢ່າງບໍ່ຢຸດຢັ້ງ, ຮ່ວມກັນປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ຊຸກຍູ້ຄວາມປອດໄພດ້ານການປະຕິບັດກົດໝາຍ ແລະ ການຮ່ວມມືດ້ານການປ້ອງກັນປະເທດ; ຄວນລົງເລິກການເຊື່ອມໂຍງຜົນປະໂຫຍດ ແລະ ການເຊື່ອມສານແຜນຍຸດທະສາດພັດທະນາ; ຊຸກຍູ້ພາກພື້ນແຫ່ງນີ້ເຊື່ອມໂຍງເຊື່ອມຈອດກັນ ແລະ ພັດທະນາຢ່າງມີການປະສານສົມທົບກັນ; ລົງເລິກການໄປມາຫາສູ່ກັນດ້ານເສດຖະກິດການຄ້າ ແລະ ການລົງທຶນ, ຈີນຈະສົ່ງເສີມໃຫ້ວິສາຫະກິດຈີນຫຼາຍກວ່າເກົ່າໄປລົງທຶນຢູ່ປະເທດລາວ ແລະຍິນດີຕ້ອນຮັບຜະລິດຕະພັນຄຸນນະພາບດີຂອງປະເທດລາວຫຼາຍກວ່າເກົ່າເຂົ້າສູ່ຕະຫຼາດຂອງຈີນ.


ຝ່າຍຈີນຈະສືບຕໍ່ຊ່ວຍເຫຼືອຝ່າຍລາວເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ພວມປະເຊີນໃນປັດຈຸບັນ; ສືບຕໍ່ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດວິທະຍາສາດເຕັກນິກ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ສາທາລະນະສຸກ, ວຽກງານຊາວໜຸ່ມ ແລະອື່ນໆ, ເພີ່ມທະວີການເຊື່ອນສານຈິດໃຈລະຫວ່າງປະຊາຊົນ. ຝ່າຍຈີນຍິນດີຮ່ວມກັບຝ່າຍລາວລົງເລິກການປະສານສົມທົບກັນໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ແລະຂອບການຮ່ວມມືຈີນ-ອາຊຽນ, ເຊີດຊູຄ່ານິຍົມຮ່ວມຂອງມວນມະນຸດ, ຮ່ວມກັນປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ.

ທ່ານທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ປະເທດຈີນທີ່ໄດ້ໃຫ້ການສະໜັບສະໜູນແລະການຊ່ວຍເຫຼືອອັນລ້ຳຄ່າແກ່ການພັດທະນາເສດຖະກິດສັງຄົມຂອງປະເທດລາວ ແລະກ່າວວ່າ: ມິດຕະພາບອັນເປັນມູນເຊື້ອລະຫວ່າງລາວ-ຈີນມີປະຫວັດສາດມາຢ່າງຍາວນານແລະພັດທະນາໄປຢ່າງມີຊີວິດຊີວາ,ສອງຝ່າຍໄດ້ລົງເລິກຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງບໍ່ຢຸດຢັ້ງ, ໂດຍສະເພາະນັບແຕ່ປີ 2019 ທີ່ໄດ້ລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນເປັນຕົ້ນມາ, ສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ, ໄດ້ຂະຫຍາຍແລະລົງເລິກການຮ່ວມມືໃນຂົງເຂດຕ່າງໆຢ່າງບໍ່ຢຸດຢັ້ງ, ໂຄງການສຳຄັນທີ່ຈີນຊ່ວຍເຫຼືອລາວໄດ້ຮັບການຊຸກຍູ້ຢ່າງສະດວກ, ໂດຍສະເພາະແມ່ນການສ້າງເສັ້ນທາງລົດໄຟລາວ-ຈີນຢ່າງສຳເລັດຜົນ ເຊິ່ງໄດ້ເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດຂອງລາວ. ຫວັງວ່າພາກສ່ວນແລະອົງການທີ່ກ່ຽວຂ້ອງຂອງສອງພັກສອງລັດຈະເພີ່ມທະວີການໄປມາຫາສູ່ກັນແລະການແລກປ່ຽນທາງດ້ານການປົກຄອງບໍລິຫານປະເທດ, ປັບປຸງແລະລົງເລິກການຮ່ວມມືດ້ານການຮັກສາຄວາມສະຫງົບແລະປ້ອງກັນປະເທດ, ເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າແລະການລົງທຶນທີ່ຕິດແທດຕົວຈິງ, ເຮັດໃຫ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ຂອງປະເທດຈີນເຊື່ອມໂຍງໃນລັກສະນະແບບກາຍອິນຊີຫຼາຍກວ່າເກົ່າກັບຍຸດທະສາດການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ,ເພີ່ມທະວີຄວາມເຂົ້າໃຈກັນແລະການແລກປ່ຽນກັນດ້ານວັດທະນະທຳລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ໃຫ້ການພົວພັນລະຫວ່າງລາວ-ຈີນມີການຂະຫຍາຍຕົວຫຼາຍກວ່າເກົ່າ.


ຫຼັງຈາກສຳເລັດການພົບປະເຈລະຈາ, ທ່ານສີຈິ້ນຜິງ ແລະ ທ່ານ ທອງລຸນ ສີສຸລິດ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃຫ້ແກ່ການເຊັນເອກະສານການຮ່ວມມືສອງຝ່າຍໃນຂົງເຂດພັກການເມືອງ, ເສດຖະກິດການຄ້າ, ການເງິນ, ວັດທະນະທຳ-ການສຶກສາ, ທ້ອງຖິ່ນແລະອື່ນໆ.