ທ່ານລີ້ຈ້ານຊູ່ກ່າວຄຳປາໄສຜ່ານທາງວິດີໂອໃນພິທີປິດກອງປະຊຸມປະຈຳປີຄັ້ງທີ 43 ຂອງກອງປະຊຸມລັດຖະສະພາລະຫວ່າງຊາດອາຊຽນຕ່າງໆ

CRI, November 28, 2022
Size:

    ໂດຍຕອບສະໜອງຕາມຄຳເຊີນຂອງທ່ານເຮັງຊຳຣິນ ປະທານສະພາແຫ່ງຊາດກຳປູເຈຍ, ປະທານກອງປະຊຸມລັດຖະສະພາລະຫວ່າງຊາດອາຊຽນ, ວັນທີ 24 ພະຈິກນີ້, ທ່ານ ລີ້ຈ້ານຊູ່ ປະທານຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດຈີນ ໄດ້ກ່າວຄຳປາໄສຜ່ານທາງວິດີໂອໃນພິທີປິດກອງປະຊຸມປະຈຳປີຄັ້ງທີ 43 ຂອງກອງປະຊຸມລັດຖະສະພາລະຫວ່າງຊາດອາຊຽນ.

    ທ່ານລີ້ຈ້ານຊູ່ກ່າວວ່າ, ປີນີ້ ແມ່ນອາຊຽນສ້າງຕັ້ງຂຶ້ນຄົບຮອບ 55 ປີ, ກອງປະຊຸມລັດຖະສະພາລະຫວ່າງຊາດອາຊຽນໄດ້ຈັດຂຶ້ນເປັນເວລາ 45 ປີມາແລ້ວ. ຈີນມີຄວາມປິຕິຍິນດີຢ່າງຈິງໃຈຕໍ່ຜົນສຳເລັດໃນດ້ານການສ້າງປະຊາຄົມອາຊຽນ ແລະການພັດທະນາຂອງກອງປະຊຸມລັດຖະສະພາລະຫວ່າງຊາດອາຊຽນ, ສະແດງຄວາມຊົມເຊີຍຕໍ່ການຈັດກອງປະຊຸມຢ່າງສຳເລັດຜົນໃນຄັ້ງນີ້.

    ທ່ານລີ້ຈ້ານຊູ່ກ່າວຕື່ມວ່າ, ຈີນກັບອາຊຽນ ແມ່ນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ຄູ່ຮ່ວມທີ່ດີ ທີ່ມີຊາຕາກຳຮ່ວມກັນ. ພາຍໃຕ້ການຊີ້ນຳນຳພາດ້ານຍຸດທະສາດແລະການຊຸກຍູ້ດ້ວຍຕົນເອງ ຂອງທ່ານສີຈີ້ນຜິງ ປະທານປະເທດຈີນ ແລະບັນດາຜູ້ນຳປະເທດສະມາຊິກອາຊຽນ, ການພົວພັນຈີນ-ອາຊຽນ ໄດ້ພັດທະນາໄວຂຶ້ນ. ຈີນເຊື້ອໝັ້ນວ່າ, ການຮ່ວມມືລະຫວ່າງຈີນກັບອາຊຽນ ຈະສືບຕໍ່ເດີນຢູ່ແຖວໜ້າຂອງຍຸກສະໄໝ, ເພື່ອປະກອບກຳລັງແຮງເຂົ້າໃນການຊຸກຍູ້ສັນຕິພາບແລະການພັດທະນາຂອງພາກພື້ນອາຊີປາຊິຟິກ.