ສອງກອງທັບຈີນ-ລາວຈະຈັດກິດຈະກຳແລກປ່ຽນໄມຕີຈິດມິດຕະພາບດ້ານການປ້ອງກັນປະເທດຕາມຊາຍແດນຄັ້ງທີ 3

CRI, November 28, 2022
Size:

ຕາມຂ່າວCRI: ວັນທີ 24 ພະຈິກນີ້, ໃນກອງປະຊຸມຖະແຫຼງຂ່າວປະຈຳຂອງກະຊວງປ້ອງກັນປະເທດຈີນ, ທ່ານຫວູຊ່ຽນ, ໂຄສົກກະຊວງປ້ອງກັນປະເທດຈີນກ່າວວ່າ: ຜ່ານການເປິກສາຫາລືຂອງສອງຝ່າຍ, ສອງກອງທັບຈີນ-ລາວຈະຈັດກິດຈະກຳແລກປ່ຽນໄມຕີຈິດມິດຕະພາບດ້ານການປ້ອງກັນປະເທດຢູ່ເຂດຊາຍແດນຄັ້ງທີ 3.

ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອປະຕິບັດຕາມຄວາມເຫັນສຳຄັນທີ່ເປັນເອກະພາບກັນຂອງຜູ້ນຳສອງພັກ, ສອງລັດແລະສອງກອງທັບຈີນ-ລາວໃຫ້ເປັນຈິງ, ຊຸກຍູ້ໃຫ້ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຝ່າຍໄດ້ຮັບການພັດທະນາລົງສູ່ລວງເລິກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດແລະການຮ່ວມມືຕາມຊາຍແດນລະຫວ່າງສອງກອງທັບ, ຮ່ວມກັນປົກປັກຮັກສາສັນຕິພາບແລະສະຖຽນລະພາບຢູ່ຕາມເຂດຊາຍແດນ.