ກໍາປູເຈຍ, ລາວ ແລະ ຫວຽດນາມ ລົງນາມໃນຖະແຫຼງການຮ່ວມສ້າງຕັ້ງກົນໄກກອງປະຊຸມຜູ້ນໍາຂັ້ນສູງສະພາແຫ່ງຊາດ ລະຫວ່າງ ສາມປະເທດເປັນຄັ້ງທຳອິດ

lmcchina.org, November 28, 2022
Size:

ໃນຕອນບ່າຍ ວັນທີ 20 ຕາມເວລາທ້ອງຖິ່ນ, ໃນໄລຍະເປີດກອງປະຊຸມລັດຖະສະພາອາຊຽນ ຄັ້ງທີ 43 ທີ່ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ, ສົມເດັດ ເຮັງຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ລົງນາມໃນຖະແຫຼງການຮ່ວມ ລະຫວ່າງ ປະທານສະພາແຫ່ງຊາດ ສາມປະເທດ ເພື່ອສ້າງຕັ້ງກົນໄກກອງປະຊຸມຂັ້ນສູງລະຫວ່າງ ສະພາແຫ່ງຊາດສາມປະເທດເປັນຄັ້ງທຳອິດ.

ປະທານສະພາແຫ່ງຊາດສາມປະເທດໄດ້ບັນລຸຄວາມເຫັນເປັນເອກະສັນກັນວ່າ ຍົກລະດັບກອງປະຊຸມລະຫວ່າງບັນດາຫົວໜ້າກຳມາທິການຂຶ້ນເປັນລະດັບກອງປະຊຸມຂັ້ນສູງ ລະຫວ່າງປະທານສະພາແຫ່ງຊາດ ສາມປະເທດ, ເຊິ່ງໄດ້ກຳນົດຈັດຂຶ້ນ 2 ປີ ຕໍ່ຄັ້ງ ໂດຍໃຫ້ປະທານສະພາແຫ່ງຊາດ ສາມປະເທດ ເປັນປະທານຮ່ວມຂອງກອງປະຊຸມ; ພ້ອມກັນນັ້ນ ກໍໄດ້ຮັບຮອງຜ່ານວາລະກອງປະຊຸມຂັ້ນສູງລະຫວ່າງປະທານສະພາແຫ່ງຊາດ ສາມປະເທດ. ການສ້າງຕັ້ງກົນໄກກອງປະຊຸມຜູ້ນໍາຂັ້ນສູງລະຫວ່າງ ສະພາແຫ່ງຊາດ ສາດປະເທດ ແມ່ນສອດຄ່ອງກັບຄວາມມຸ່ງມາດປາຖາໜາຂອງ ປະທານສະພາແຫ່ງຊາດທັງສາມປະເທດ.

ຖະແຫຼງການຮ່ວມດັ່ງກ່າວໄດ້ຢັ້ງຢືນວ່າ ການສ້າງຕັ້ງກົນໄກກອງປະຊຸມຂັ້ນສູງລະຫວ່າງ ສະພາແຫ່ງຊາດ ສາມປະເທດ ແມ່ນມີຈຸດປະສົງເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ,ເຮັດໃຫ້ຄວາມສາມັກຄີ ແລະ ຮ່ວມມືຢ່າງຮອບດ້ານນັບມື້ສະໜິດແໜ້ນຂຶ້ນ, ຈຸດສຸມແມ່ນການພັດທະນາເສດຖະກິດ-ສັງຄົມ, ການຮ່ວມມື ດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການແລກປ່ຽນດ້ານວັດທະນະທໍາ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ຂອງສາມປະເທດ ແລະ ຂອງພາກພື້ນ; ຊຸກຍູ້ ແລະ ຕິດຕາມ ສົນທິສັນຍາ, ແຜນແມ່ບົດ ແລະ ໂຄງການຮ່ວມມື ທີ່ລັດຖະບານສາມປະເທດໄດ້ລົງນາມກັນ, ແລະການຈັດຕັ້ງປະຕິບັດສົນທິສັນຍາຫຼາຍຝ່າຍ ທີ່ສາມປະເທດເປັນພາຄີ; ສົ່ງເສີມການແລກປ່ຽນ ແລະ ຊົມໃຊ້ຮ່ວມກັນດ້ານຂໍ້ມູນ, ບົດຮຽນ ແລະວິທີການດໍາເນີນການທີ່ດີ  ກ່ຽວກັບການປະຕິບັດພາລະໜ້າທີ່ຂອງສະພາແຫ່ງຊາດສາມປະເທດ; ຈັດສັນງົບປະມານແຫ່ງລັດ ແລະ ປຶກສາຫາລືກັນກ່ຽວກັບການຂົນຂວາຍດຶງດູດກອງທຶນຈາກຄູ່ຮ່ວມມື ທັງພາຍໃນ ແລະ ນອກຂອບເຂດປະເທດກໍາປູເຈຍ, ລາວ ແລະ ຫວຽດນາມ ເພື່ອຈັດຕັ້ງປະຕິບັດແຜນການ ແລະ ໂຄງການ ໃນການພັດທະນາເຂດສາມຫຼ່ຽມ ແລະ ຂົງເຂດການຮ່ວມມືອື່ນໆ.

ກອງປະຊຸມລັດຖະສະພາອາຊຽນຄັ້ງທີ 43 ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 20–25 ຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ.