ເປີດຊຸດຝຶກອົບຮົມ ກ່ຽວກັບ ເຕັກນິກປ້ອງກັນ ແລະ ຄວບຄຸມພະຍາດສັດຂ້າມຊາຍແດນ ລະຫວ່າງ ປະເທດຈີນ ກັບ ບັນດາປະເທດລຽບຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈໍາປີ 2022

lmcchina.org, November 28, 2022
Size:

ໃນຕອນເຊົ້າ ວັນທີ 7 ພະຈິກນີ້, ຊຸດຝຶກອົບຮົມ ກ່ຽວກັບ ເຕັກນິກປ້ອງກັນ ແລະ ຄວບຄຸມພະຍາດສັດຂ້າມຊາຍແດນ ລະຫວ່າງ ປະເທດຈີນ ກັບ ບັນດາປະເທດລຽບຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈໍາປີ 2022 ໄດ້ຈັດຂຶ້ນ, ຮ່ວມຈັດໂດຍກົມການຮ່ວມມືສາກົນ ກະຊວງຊົນນະບົດ ແລະ ກະສິກໍາ ຈີນ ແລະ ກົມກະສິກໍາ ແລະ ຊົນນະບົດ ເຂດປົກຄອງໂດຍຕົນເອງຊົນເຜົ່າຈ້ວງກວາງຊີ, ຮັບຜິດຊອບຈັດໂດຍສະຖາບັນສັດຕະວະແພດເຂດກວາງຊີ ດ້ວຍຮູບແບບອອນລາຍ ຢ່າງເປັນທາງການ.
  ນັກສຳມະນາກອນ 36 ທ່ານ ທີ່ມາຈາກ 6 ປະເທດ ຄື ປະເທດກຳປູເຈຍ, ລາວ, ມຽນມ້າ, ຟິລິບປິນ, ໄທ ແລະຫວຽດນາມ ໄດ້ເຕົ້າໂຮມກັນຢູ່ທາງອອນລາຍ, ຜູ້ຮັບຜິດຊອບສໍາຄັນຂອງສະຖາບັນສັດຕະວະແພດເຂດກວາງຊີເຂົ້າຮ່ວມກອງປະຊຸມ ແລະ ກ່າວຄໍາເຫັນ, ນອກຈາກນີ້ ຍັງມີອາຈານສອນ 15 ທ່ານ ເຂົ້າຮ່ວມ.

ພິທີເປີດຊຸດຝຶກອົບຮົມ ແມ່ນມີຫົວໜ້າສະຖາບັນສັດຕະວະແພດເຂດກວາງຊີ ເປັນປະທານ  ເພິ່ນຊີ້ໃຫ້ເຫັນວ່າ ເພື່ອຊຸກຍູ້ການແລກປ່ຽນ ແລະ ຮ່ວມມື ກ່ຽວກັບ ເຕັກນິກການປ້ອງກັນ ແລະ ຄວບຄຸມພະຍາດສັດ ລະຫວ່າງ ປະເທດຈີນ ກັບ ບັນດາປະເທດລຽບຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສະຖາບັນສັດຕະວະແພດເຂດກວາງຊີໄດ້ເສີມຂະຫຍາຍທ່າແຮງດ້ານທີ່ຕັ້ງ ແລະອີງໃສ່ທ່າແຮງດ້ານເຕັກນິກ ແລະ ຊັບພະຍາກອນມະນຸດ, ຮັບຜິດຊອບຈັດຊຸດຝຶກອົບຮົມກ່ຽວກັບ ເຕັກນິກການປ້ອງກັນ ແລະ ຄວບຄຸມພະຍາດສັດຂ້າມຊາຍແດນ ລະຫວ່າງ ປະເທດຈີນ ກັບ ບັນດາປະເທດລຽລຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງນີ້, ເຊິ່ງເປັນຄັ້ງທີ 13 ທີ່ໄດ້ຮັບຜິດຊອບຈັດຊຸດຝຶກອົບຮົມ ໃຫ້ແກ່ບັນດາປະເທດ ໃນພາກພື້ນອາຊຽນ ນັບແຕ່ ປີ 2003 ເປັນຕົ້ນມາ.

ຊຸດຝຶກອົບຮົມຄັ້ງນີ້ ດໍາເນີນເປັນໄລຍະເວລາ 2 ອາທິດ, ແນໃສ່ແບ່ງປັນບົດຮຽນ ແລະ ເຕັກນິກ ທີ່ກ້າວໜ້າ ກ່ຽວກັບການບົ່ງມະຕິພະຍາດສັດຂ້າມຊາຍແດນອັນສຳຄັນ ຢ່າງວ່ອງໄວ, ຊຸກຍູ້ການຮ່ວມມືດ້ານເຕັກນິກ ໃນຂົງເຂດປ້ອງກັນ ແລະ ຄວບຄຸມພະຍາດສັດ ລະຫວ່າງ ບັນດາປະເທດລຽບຕາມແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ.