ທ່ານ ວູຈ່ຽງຮ້າວ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວຄໍາປາໄສ ໃນພິທີເປີດ “ເວທີສົນທະນາ ຜູ້ທີ່ມີຊື່ສຽງ ໃນຂອບການຮ່ວມມື LM”

lmcchina.org, November 24, 2022
Size:

ວັນທີ 18 ພະຈິກ 2022, ທ່ານ ວູຈ່ຽງຮ້າວ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ແລະ ມີຄໍາເຫັນ ໃນພິທີເປີດ “ເວທີສົນທະນາຜູ້ທີ່ມີຊື່ສຽງ ໃນຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ(LM)” ດ້ວຍຮູບແບບກອງປະຊຸມຜ່ານວິດີໂອທາງໄກ.

ທ່ານ  ວູຈ່ຽງຮ້າວ ກ່າວວ່າ, ຕະຫຼອດໄລຍະການຮ່ວມມື LM ເປັນເວລາ 6 ປີ, 6 ປະເທດໄດ້ເປັນຈິດໜຶ່ງໃຈດຽວກັນ, ຈັບມືກັນຍ່າງໄປທາງໜ້າພ້ອມກັນ, ເພື່ອຊຸກຍູ້ສົ່ງເສີມເຮັດໃຫ້ກົນໄກການຮ່ວມມືຮູບແບບໃໝ່ໃນ ລະດັບອະນຸພາກພື້ນດັ່ງກ່າວນີ້ ໄດ້ບັນລຸການພັດທະນາຂຶ້ນສູ່ລະດັບສູງຢ່າງບໍ່ຢຸດຢັ້ງ. ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ຮ່ວມກັບຜູ້ນໍາຂອງບັນດາປະເທດແມ່ນໍ້າຂອງ ແລກປ່ຽນຄໍາເຫັນເຊິ່ງກັນແລະກັນຢ່າງເປັນປະຈໍາເພື່ອກໍານົດທິດທາງການຮ່ວມມື LM. ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ເຂົ້າຮ່ວມກອງປະຊຸມຜູ້ນໍາປະເທດລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເປັນ ຈໍານວນສາມຄັ້ງທີ່ກ່ຽວກັບການຮ່ວມມື LM ແລະ ໄດ້ຮ່ວມກັບຜູ້ນໍາຂອງປະເທດແມ່ນໍ້າຂອງ ແລກປ່ຽນຄໍາເຫັນກ່ຽວກັບການພັດທະນາ. 6 ປະເທດໄດ້ຍຶດດໝັ້ນລັດທິຫຼາຍຝ່າຍແລະທິດທາງອັນຖືກຕ້ອງ ຂອງການຮວມກັນເປັນອັນດຽວກັນທາງເສດຖະກິດໃນພາກພື້ນ, ເຊິ່ງໄດ້ເຮັດໃຫ້ການຮ່ວມມື LM ກາຍເປັນ “ແບບຢ່າງທອງຄໍາ”ຂອງການຮ່ວມມືໃນອະນຸພາກພື້ນ  ທີ່ມີໝາກຜົນຫຼາຍທີ່ສຸດ, ມີຊີວິດຊີວາທີ່ສຸດ ແລະມີທ່າແຮງບົ່ມຊ້ອນຫຼາຍທີ່ສຸດ, ພ້ອມນັ້ນ ຍັງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງບັນດາປະເທດໃນອະນຸພາກພື້ນອີກດ້ວຍ.

ທ່ານ ວູຈ່ຽງຮ້າວ ໄດ້ເນັ້ນໜັກວ່າ, ສປ ຈີນ ເວລາໃດກໍຍຶດໝັ້ນ ແນວທາງການຕ່າງ ປະເທດ ທີ່ “ສະໜິດສະໜົມ, ປະພຶດຕໍ່ກັນຢ່າງຈິງໃຈ, ນໍາເອົາຜົນປະໂຫຍດໃຫ້ແກ່ກັນ ແລະໂອບເອື້ອອາລີ” , ເປັນມິດກັບປະເທດບ້ານໃກ້ເຮືອນຄຽງ ແລະ ຖືປະເທດອ້ອມຂ້າງເປັນຄູ່ຮ່ວມ, ສະໜອງກາລະໂອກາດອັນໃໝ່ໃຫ້ແກ່ໂລກ ໂດຍຜ່ານການພັດທະນາແບບໃໝ່ຂອງປະເທດຈີນ, ສືບຕໍ່ປະກອບກຳລັງແຮງອັນຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ ແລະ ການພັດທະນາຂອງໂລກ. ຫວັງວ່າ 6 ປະເທດຈະຍຶດໝັ້ນຈິດໃຈແຫ່ງການຮ່ວມມືທີ່ໄດ້ປະຕິບັດຕະຫຼອດມາ ບົນພື້ນຖານ “ດື່ມນໍ້າແມ່ນໍ້າສາຍດຽວກັນ ແລະ ຮ່ວມຊາຕາກໍານຳກັນ ຢ່າງສະໜິດແໜ້ນ”, ສຸມໃສ່ການພັດທະນາ, ສຸມໃສ່ການຮ່ວມມື, ສຸມໃສ່ຊີວິດການເປັນຢູ່ຂອງປະຊາຊົນ,  ພ້ອມພາກັນສ້າງເຂດຕົວແບບ “ໜຶ່ງແລວ ໜຶ່ງເສັ້ນທາງ”ຢ່າງມີຄຸນນະພາບສູງ, ເຂດນໍາໜ້າພາທາງຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ, ເຂດທົດລອງຂໍ້ລິເລີ່ມດ້ານຄວາມໝັ້ນຄົງຂອງທົ່ວໂລກ, ຊຸກຍູ້ເຮັດໃຫ້ການຮ່ວມມື LM ກ້າວຂຶ້ນສູ່ລະດັບ    ໃໝ່, ພ້ອມທັງເປີດສັງກາດໃໝ່ໃຫ້ແກ່ປະເທດອະນຸພາກພື້ນ ໃຫ້ພ້ອມກັນພັດທະນາໄປສູ່ຄວາມຈະເລີນຮຸ່ງເຮືອງ.

“ເວທີສົນທະນາຜູ້ມີຊື່ສຽງ ໃນຂອບການຮ່ວມມື LM” ແມ່ນການລິເລີ່ມຂອງ ຝ່າຍ ຈີນ ທີ່ໄດ້ຍົກຂຶ້ນໃນກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 7 ກ່ຽວກັບການຮ່ວມມື LM , ເຊິ່ງໄດ້ຮັບການສະໜັບສະໜູນຢ່າງເປັນເອກະພາບຈາກບັນດາປະເທດແມ່ນໍ້າຂອງ. ຜູ້ເຂົ້າຮ່ວມຈາກບັນດາປະເທດໄດ້ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫຼວງຂອງການຮ່ວມມື LM ໃນຕະຫຼອດໄລຍະ 6 ປີ ຜ່ານມາ, ເຊິ່ງແຕ່ລະປະເທດກໍໄດ້ສະແດງຄວາມສະໜັບສະໜູນຕໍ່ການຮ່ວມມືຢ່າງສະໜິດແໜ້ນຂອງ 6 ປະເທດ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ເພື່ອສືບຕໍ່ເຮັດໃຫ້ມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີໄວ້ເນື້ອເຊື່ອໃຈກັນນັບມື້ເລິກເຊິ່ງຂຶ້ນ, ຈັບມືກັນຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍທຸກປະການ, ພ້ອມທັງຊຸກຍູ້ໃຫ້ການຮ່ວມມື LM ກ້າວຂຶ້ນສູ່ລະດັບສູງອັນໃໝ່.