ບໍລິມາດຂົນຖ່າຍສິນຄ້າທາງອາກາດສາກົນນະຄອນນານນີງເຂດກວາງຊີຈີນບັນລຸ 6 ໝື່ນໂຕນ

CRI, November 24, 2022
Size:

ວັນທີ 17 ພະຈິກນີ້, ພະແນກຄົມມະນາຄົມຂົນສົ່ງເຂດກວາງຊີຈີນແຈ້ງໃຫ້ຮູ້ວ່າ, ບໍລິມາດຂົນຖ່າຍສິນຄ້າທາງອາກາດສາກົນຂອງນະຄອນນານນີງເຂດກວາງຊີຈີນໄດ້ບັນລຸຫຼາຍກວ່າ 6 ໝື່ນໂຕນ.

ນັບແຕ່ປີ 2022 ເປັນຕົ້ນມາ, ເຂດກວາງຊີໄດ້ເລັ່ງລັດຊຸກຍູ້ກໍ່ສ້າງຊຸມທາງການຂົນສົ່ງສິນຄ້າສາກົນນານນີງ, ເປີດເສັ້ນທາງຍການບິນຂົນສົ່ງສິນຄ້າສາກົນໃຫມ່ 7 ສາຍ. ປັດຈຸບັນ, ເສັ້ນທາງການບິນຂົນສົ່ງສິນຄ້າສາກົນຂອງສະໜາມບິນນານນີງສາມາໄປຮອດ 12 ຕົວເມືອງຂອງ 8 ປະເທດສະມາຊິກອາຊຽນ ແລະ ອາຊີໃຕ້ ຄື: ໄທ, ຫວຽດນາມ, ສິງກະໂປ, ຟິລິບປິນ, ມະເລເຊຍ, ອິນໂດເນເຊຍ, ບັງກະລາເດັດ ແລະ ອິນເດຍ.

ນັບແຕ່ຮອດວັນທີ 11 ພະຈິກນີ້, ສະໜາມບິນນານນີງຮອງຮັບຖ້ຽວບິນຂົນສົ່ງສິນຄ້າສາກົນສະເລ່ຍ 16 ຖ້ຽວຕໍ່ມື້, ບໍລິມາດຂົນຖ່າຍສິນຄ້າສາກົນບັນລຸເຖິງ 190,49 ໂຕນ.