ທ່ານນາງເຜີງລີ້ຢວນຢ້ຽມຢາມສະຖາບັນດົນຕີກັນຍານິວັດທະນາ

CRI, November 23, 2022
Size:

ຕອນເຊົ້າວັນທີ 19 ພະຈິກນີ້, ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໄປຢ້ຽມຢາມສະຖາບັນດົນຕີກັນຍານິວັດທະນາ ໂດຍມີພັນລະຍາຂອງທ່ານນາຍົກລັດຖະມົນຕີໄທເປັນເພື່ອນພາທາງ. 

ທ່ານນາງເຜີງລີ້ຢວນໄດ້ສະແດງຄວາມຊົມເຊີຍຕໍ່ເຈົ້າຍິງກັນຍານິວັດທະນາທີ່ລິເລີ່ມສ້າງສະຖາບັນສຶກສາສິລະປະຊັ້ນສູງທີ່ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານດົນຕີລະດັບສູງແຫ່ງນີ້, ພ້ອມທັງຊົມເຊີຍທ່ານນາງທີ່ປະກອບສ່ວນເຂົ້າໃນການສົ່ງເສີມການຮ່ວມມືລະຫວ່າງສະຖາບັນກັນຍານິວັດທະນາກັບສະຖາບັນຂອງຝ່າຍຈີນ.

ຕອຍທ້າຍ, ທ່ານນາງເຜີງລີ້ຢວນໄດ້ມອບເຄື່ອງເສບດົນຕີ “ກູເຈີີ້ງ”ຂອງຈີນ, ປຶ້ມ, ຜະລິດຕະພັນສຽງ ແລະ ພາບດ້ານວັດທະນະທຳດົນຕີຂອງຈີນໃຫ້ແກ່ສະຖາບັນກັນຍານິວັດທະນາ, ຫວັງວ່າຊາວໜຸ່ມໄທຫຼາຍກວ່າເກົ່າຈະຮຽນຮູ້ເຄື່ອງເສບດົນຕີຈີນ, ຊຸກຍູ້ການແລກປ່ຽນລະຫວ່າງວັດທະນະທຳສອງປະເທດ.