ທ່ານຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍພົບປະກັບທ່ານ ເວີ້ຍເຟີ້ງເຮີ ທີ່ປຶກສາ ແຫ່ງລັດ ທັງເປັນລັດຖະມົນຕີປ້ອງກັນປະເທດຈີນ

CRI, November 22, 2022
Size:

  ວັນທີ 20 ພະຈິກນີ້, ຢູ່ນະຄອນຫຼວງພະນົມເປັນ, ທ່ານ ຮຸນເຊນ ນາຍົກ ລັດຖະມົນຕີກຳປູເຈຍ ໄດ້ພົບປະກັບທ່ານເວີ້ຍເຟີ້ງເຮີ ທີ່ປຶກສາແຫ່ງລັດ ທັງເປັນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ.

  ທ່ານຮຸນເຊນ ໄດ້ສະແດງຄວາມຊົມເຊີຍຕໍ່ການຈັດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນຢ່າງສຳເລັດຜົນ ແລະທ່ານສີຈີ້ນຜິງ ໄດ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດ ຈີນອີກສະໄໝໜຶ່ງ. ໃນໄລຍະກຳປູເຈຍເປັນປະເທດປະທານໝູນວຽນຂອງ ອາຊຽນ, ການພົວພັນ ລະຫວ່າງອາຊຽນກັບຈີນ ໄດ້ບັນລຸລະດັບດີທີ່ສຸດໃນ ປະຫວັດສາດ, ກຳປູເຈຍຕັ້ງໜ້າຊຸກຍູ້ການເຊັນ “ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ຫຼື COC, ຫວັງຢາກຮັກສາ ສັນຕິພາບ ແລະ ຄວາມ ສະຫງົບຂອງທະເລຈີນໃຕ້ຮ່ວມກັບຝ່າຍຈີນ. ຂອບໃຈຕໍ່ ກອງທັບຈີນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງແຂງແຮງຕໍ່ການ ສ້າງສາກອງທັບກຳປູເຈຍ, ຫວັງວ່າ, ສອງກອງທັບສອງຝ່າຍ ຈະສືບຕໍ່ເພີ່ມທະວີການ ຮ່ວມມືໃນຂົງເຂດຕ່າງໆ.

  ທ່ານ ເວີ້ຍເຟີ້ງເຮີ ໄດ້ແນະນຳສະພາບການທີ່ກ່ຽວຂ້ອງແລະໝາກຜົນອັນ ສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກ ກອມມູນິດ ຈີນ. ທ່ານກ່າວວ່າ, ພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານສີຈີ້ນຜິງ ແລະ ທ່ານນາຍົກລັດຖະມົນຕີຮຸນເຊນ, ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ກຳປູເຈຍ ໄດ້ຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ການພົວພັນສອງຝ່າຍນັບມື້ນັບມີເນື້ອໃນ ໃໝ່ອ່ຽມ ແລະນັບມື້ນັບໝັ້ນຄົງຂະໜົງແກ່ນ. ຫວັງວ່າ ສອງກອງທັບ ຈະສືບຕໍ່ລົງເລິກ ແລະ ເປີດກວ້າງການແລກປ່ຽນແລະການຮ່ວມມື, ເພື່ອປະກອບ ສ່ວນຫຼາຍກວ່າເກົ່າເຂົ້າໃນການຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ກໍາປູເຈຍ.