ທ່ານສີຈິ້ນຜິງແລະທ່ານນາງເພີງລີ້ຢວນເຂົ້າຢ້ຽມຄຳນັບເຈົ້າຊີວິດແລະພະລາຊີນີປະເທດໄທ

CRI, November 22, 2022
Size:

ຕອນຄ່ຳວັນທີ 18 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຢ້ຽມຄຳນັບສົມເດັດ ມະຫາວະຈິລາລົງກອນ ເຈົ້າຊີວິດໄທແລະສົມເດັດ ສຸທິດາ ມະຫາວິຈິລາວົງກອນ ນະອະຍຸດຕະຍາ ພະລາຊີນີຢູ່ພະລາຊະວັງທີ່ບາງກອກ.

ທ່ານສີຈິ້ນຜິງຊີ້ອອກວ່າ: ຈີນແລະໄທເປັນປະເທດເພື່ອນບ້ານໃກ້ຄຽງທີ່ດີ, ເພື່ອນມິດທີີິ່ດີ, ຍາດຕິພີ່ນ້ອງທີ່ດີແລະໝູ່ຄູ່ທີ່ດີ. ການພົວພັນລະຫວ່າງສອງປະເທດໄດ້ຜ່ານຜ່າຟ້າຝົນລົມແດງ, ໄດ້ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນຍຸກສະໄໝໃໝ່. ປີນີ້ແມ່ນປີທີ່ຈີນແລະໄທສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຄົບຄອບ 10 ປີ, ຈີນຍິນດີຮ່ວມກັບໄທສືບຕໍ່ສົ່ງເສີມມິດຕະພາບພິເສດ“ຈີນ-ໄທເປັນຄອບຄົວດຽວກັນ”, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ໄທ, ຂຽນໜ້າໃໝ່ແຫ່ງການພົວພັນລະຫວ່າງສອງປະເທດ.

ສົມເດັດມະຫາວະຈິລາລົງກອນກ່າວວ່າ: ຂ້າພະເຈົ້າມີກຽດຢ່າງສູງທີ່ໄດ້ຕ້ອນຮັບທ່ານປະທານສີຈິ້ນຜິງແລະພັນລະຍາມາຢ້ຽມຢາມປະເທດໄທ.  ພາຍໃຕ້ການນຳພາທີ່ສະຫຼາດສະຫຼຽວຂອງທ່ານປະທານສີຈິ້ນຜິງ, ຈີນໄດ້ກ້າວເຂົ້າສູ່ຄວາມຈະເລີນຮຸ່ງເຮືອງແລະຄວາມເຂັ້ມແຂງຮັ່ງມີຫຼາຍກວ່າເກົ່າ.  ທ່ານປະທານສີຈິ້ນຜິງໄດ້ຮັບຜົນງານທີ່ດີເດັ່ນໃນການປົກຄອງປະເທດ ໂດຍສະເພາະແມ່ນໃນດ້ານລຶບລ້າງຄວາມທຸກຍາກແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຂ້າພະເຈົ້າສະແດງຄວາມເຄົາລົບທີ່ສຸດຕໍ່ກັບເລື່ອງນີ້. ໄທຍິນດີຮັດແໜ້ນສາຍພານມິດຕະພາບ ຮ່ວມມືກັບຈີນຕື່ມອີກ.