ທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດຂອງອົງການຮ່ວມມືທາງເສດຖະກິດອາຊີປາຊີຟິກຄັ້ງທີ 29 ແລະກ່າວຄຳປາໄສ

CRI, November 21, 2022
Size:

    ວັນທີ 18 ພະຈິກນີ້, ກອງປະຊຸມຜູ້ນຳເສດຖະກິດຂອງອົງການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກຄັ້ງທີ 29 ໄດ້ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດນະຄອນຫຼວງບາງກອກປະເທດໄທ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມ ແລະກ່າວຄຳປາໄສອັນສຳຄັນພາຍໃຕ້ຫົວຂໍ້ “ສາມັກຄີ, ຮ່ວມມື ແລະແບກຫາບໜ້າທີ່ຄວາມຮັບຜິດຊອບ ສ້າງປະຊາຄົມຮ່ວມຊາຕາກຳອາຊີ-ປາຊີຟິກ”.

    ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ອາຊີ-ປາຊີຟິກແມ່ນບ່ອນທີ່ເພິ່ງພາອາໄສດ້ານການດຳລົງຊີວິດ ແລະຈິດໃຈຂອງພວກເຮົາ, ທັງເປັນແຫຼ່ງພະລັງຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກ. ຫຼາຍສິບປີທີ່ຜ່ານມາ, ການຮ່ວມມືດ້ານເສດຖະກິດໃນພາກພື້ນອາຊີ-ປາຊີຟິກໄດ້ພັດທະນາຢ່າງເຂັ້ມແຂງ, ໄດ້ສ້າງ “ສິ່ງມະຫັດສະຈັນຂອງອາຊີ-ປາຊີຟິກ” ທີ່ປະຈັກຕາຊາວໂລກ, ການຮ່ວມມືໃນອາຊີ-ປາຊີຟິກໄດ້ລົງເລິກສູ່ຈິດໃຈຂອງຄົນທັງຫຼາຍມາດົນແລ້ວ. ປັດຈຸບັນ, ໂລກໄດ້ຢືນຢູ່ທາງສີ່ແຍກຂອງປະຫວັດສາດອີກຄັ້ງໜຶ່ງ, ອາຊີ-ປາຊີຟິກມີຖານະສຳຄັນກວ່າເກົ່າ, ມີບົດບາດພົ້ນເດັ່ນກວ່າເກົ່າ. ພາຍໃຕ້ສະພາບການໃໝ່, ພວກເຮົາຕ້ອງເກາະແຂນກັນສ້າງປະຊາຄົມຮ່ວມຊາຕາກຳອາຊີ-ປາຊີຟິກ ແລະສ້າງຄວາມຈະເລີນຮຸ່ງເຮືອງອັນໃໝ່ຂອງການຮ່ວມມືອາຊີ-ປາຊີຟິກ.