ທ່ານສີຈິ້ນຜິງກ່າວຄຳປາໄສທາງລາຍລັກອັກສອນຢູ່ກອງປະຊຸມສຸດຍອດ CEOຂອງອົງການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ

CRI, November 21, 2022
Size:

    ວັນທີ 17 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທາງລາຍລັກອັກສອນຕາມຄໍາເຊີນພາຍໃຕ້ຫົວຂໍ້ “ຍຶດໝັ້ນຈຸດປະສົງແຕ່ຫົວທີ ຮ່ວມກັນຊຸກຍູ້ການພັດທະນາ, ຂຽນປະຫວັດສາດໜ້າໃໝ່ຂອງການຮ່ວມມືອາຊີ-ປາຊີຟິກ” ຢູ່ກອງປະຊຸມສຸດຍອດ CEO ຂອງອົງການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກທີ່ຈັດຂຶ້ນຢູ່ນະຄອນຫຼວງບາງກອກປະເທດໄທ, ໂດຍກ່າວເນັ້ນໜັກວ່າຈີນຈະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳອາຊີ-ປາຊີຟິກຢ່າງເດັດດ່ຽວໜຽວແໜ້ນ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງອາຊີ-ປາຊີຟິກ.

    ທ່ານສີຈິ້ນຜິງກ່າວເນັ້ນໜັກຕື່ມວ່າ: ພາຍໃຕ້ສະພາບການໃໝ່, ພວກເຮົາຕ້ອງຖອດຖອນບົດຮຽນທາງບວກ ແລະທາງລົບຂອງປະຫວັດສາດ, ຄວນຮັບມືກັບສິ່ງທ້າທາຍຂອງຍຸກສະໄໝ, ເດັດດ່ຽວຊຸກຍູ້ເສດຖະກິດພາກພື້ນອາຊີ-ປາຊີຟິກເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ, ຮ່ວມກັນສ້າງສະພາບການໃໝ່ດ້ານການພັດທະນາ. ການພັດທະນາຂອງຈີນໄດ້ຮັບຜົນດີຈາກອາຊີ-ປາຊີຟິກ, ພ້ອມທັງຕອບຮັບ ແລະສ້າງຄວາມຜາສຸກໃຫ້ແກ່ອາຊີ-ປາຊີຟິກດ້ວຍການພັດທະນາຂອງຕົນ. ຫວັງວ່າເພື່ອນມິດໃນວົງການອຸດສາຫະກຳ ແລະການຄ້າຈະຕັ້ງໜ້າຊຸກຍູ້ການຮ່ວມມືດ້ານເສດຖະກິດ, ຕັ້ງໜ້າເຂົ້າຮ່ວມການເປີດປະຕູສູ່ພາຍນອກ ແລະການສ້າງຄວາມທັນສະໄໝຂອງຈີນ, ເພື່ອເພີ່ມພະລັງແຮງທາງບວກໃຫ້ແກ່ການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຂອງອາຊີ-ປາຊີຟິກ ກໍຄືໂລກ.