ເປີດນຳໃຊ້ຂະບວນລົດໄຟຄຸນນະພາບສູງຕາມທາງລົດໄຟຈີນ-ລາວຕອນທາງຄຸນມີງ-ບໍ່ຫານ

CRI, November 18, 2022
Size:

ຕອນເຊົ້າວັນທີ 15 ພະຈິກນີ້, ຂະບວນລົດໄຟຄຸນມິງ-ບໍ່ຫານຕາມທາງລົດໄຟຈີນ-ລາວຄ່ອຍໆແລ່ນອອກຈາກສະຖານີລົດໄຟຄຸນມີງ ແລະໄປຮອດບໍ່ຫານ ເຂດຊາຍແດນຈີນໃຊ້ເວລາ 4 ຊົ່ວໂມງ 45 ນາທີ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ເລີ່ມບໍລິການນຳໃຊ້ຂະບວນລົດໄຟຄຸນນະພາບສູງຕາມທາງລົດໄຟຈີນ-ລາວຕອນທາງຄຸນມີງ-ບໍ່ຫານຢ່າງເປັນທາງການ.

ຂະບວນລົດໄຟຄຸນນະພາບສູງ ຕົ້ນຕໍແມ່ນເພື່ອສະໜັບສະໜູນການກໍ່ສ້າງແລະພັດທະນາເມືອງດ່ານສາກົນບໍ່ຫານ, ສະໜອງຄວາມສະດວກໃຫ້ແກ່ການອອກເດີນທາງດ້ານການຄ້າ, ການທ່ອງທ່ຽວແລະລັດຖະກອນພາຍໃນນະຄອນຄຸນມີງແລະກິ່ງແຂວງສິບສອງພັ່ນນາ ໄປເຂົ້າຮ່ວມກິດຈະກຳແລກປ່ຽນທາງເສດຖະກິດການຄ້າຢູ່ເຂດຮ່ວມມືເສດຖະກິດຈີນ-ລາວ.