ທ່ານສີຈີ້ນຜິງຈະເດີນທາງຮອດນະຄອນຫຼວງບາງກອກຂອງໄທ

CRI, November 18, 2022
Size:

    ຕອນບ່າຍວັນທີ 17 ພະຈິກນີ້, ທ່ານສີຈີ້ນຜິງ ປະທານປະເທດຈີນຈະເດີນທາງຮອດນະຄອນຫຼວງບາງກອກຂອງໄທດ້ວຍເຮືອບິນພິເສດ.

     ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ,ທ່ານສີຈີ້ນຜິງຈະເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດຂອງອົງການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ ຫຼື ເອເປັກຄັ້ງທີ 29 ແລະ ຢ້ຽມຢາມປະເທດໄທໃນລະຫວ່າງວັນທີ 17 ຫາ ວັນທີ 19 ພະຈິກນີ້.